ຕາມຂ່າວສານຊິນຮວາ:ວັນທີ 16 ທັນວານີ້,ໃນກອງປະຊຸມວຽກງານເສດຖະກິດຂອງທົ່ວເຂດຕິເບດທີ່ຈັດຂຶ້ນຢູ່ເມືອງລາຊາ,ທ່ານຈັ່ງຊິ້ງລີ ເລຂາຄະນະພັກເຂດຕິເບດປົກຄອງຕົນເອງຕິເບດຂອງຈີນໄດ້ກ່າວຢ້ຳວ່າ,ເຂດຕິເບດຈະຖືການປົວແປງເງື່ອນໄຂການຜະລິດແລະຊີວິດການເປັນຢູ່ຂອງຊາວກະສິກອນແລະຊາວລ້ຽງສັດໃຫ້ດີຂຶ້ນແລະເຮັດໃຫ້ຊາວກະສິກອນແລະຊາວລ້ຽງສັດມີລາຍໄດ້ເພີ່ມຂຶ້ນເປັນຫນ້າທີ່ອັນດັບຫນຶ່ງໃນການພັດທະນາເສດຖະກິດແລະສັງຄົມຕະຫຼອດໄປ
ໃນກອງປະຊຸມເທື່ອນີ້,ເຂດປົກຄອງຕົນເອງຕິເບດຍັງໄດ້ໃຫ້ຄຳຫມັ້ນສັນຍາປະການຕໍ່ຊາວກະສິກອນແລະຊາວລ້ຽງສັດເມື່ອຮອດປີ 2010,ຈະເຮັດໃຫ້ຊາວກະສິກອນແລະຊາວລ້ຽງສັດ80%ໃນທົ່ວເຂດໄດ້ຍ້າຍເຂົ້າຢູ່ເຮືອນທີ່ໄດ້ມາດຕະ ຖານ,ເຮັດໃຫ້ບ້ານທັງຫມົດມີພື້ນຖານໂຄງລ່າງ ຢ່າງຄົບຖ້ວນເຊັ່ນມີນ້ຳ ໄຟຟ້າ ທາງຫຼວງ ໂທລະຄົມມະນາຄົມ ວິທະຍຸກະຈາຍສຽງໂທລະພາບແລະໄປສະນີເປັນຕົ້ນສົມທົບກັນຢ່າງຄົບຖ້ວນໃນຂັ້ນພື້ນຖານ, ໃຫ້ອົງການບໍລິຫານຕ່າງໆເຊັ່ນ:ອົງການປົກຄອງບ້ານຂອງບ້ານສ້າງຫ້ອງຈັດກິດຈະກຳຕ່າງໆ,ຄາດວ່າປີ ຫນ້າລາຍໄດ້ສຸດທິສະເລ່ຍຕາມຫົວຄົນຂອງຊາວກະສິກອນແລະຊາວລ້ຽງສັດໃນ ທົ່ວເຂດຈະຫຼາຍກວ່າ 3000 ຢວນ.
ໃນປະຊາກອນ 2 ລ້ານ 7 ແສນກວ່າຄົນຂອງເຂດຕິເບດ, 80%ຂຶ້ນໄປແມ່ນຊາວກະສິກອນແລະຊາວລ້ຽງສັດ,ເຂດປົກຄອງຕົນເອງໄດ້ເລີ່ມສ້າງກິດຈະການປຸກເຮືອນໃຫ້ຊາວກະສິກອນແລະຊາວລ້ຽງສັດມາແຕ່ປີ 2006,ນັບມາຮອດປະຈຸບັນ,ໄດ້ແກ້ໄຂບັນຫາເຮືອນຢູ່ໃຫ້ຊາວກະສິກອນແລະຊາວລ້ຽງສັດ 5 ແສນ 8 ຫມື່ນ 6 ພັນຄົນແລ້ວ,ພ້ອມກັນນັ້ນ,ຍັງໄດ້ສ້າງສະຖານທີ່ຈັດກິດຈະກຳໃຫ້600 ກວ່າບ້ານແລະຕັດທາງຫຼວງໃຫ້ຊົນນະບົດ 800 ກວ່າບ້ານ
|