ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-18 16:37:18    
ສູນ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວສານ​ຊິນ​ຮວາ,ສູນ​ຄັງ​ສຳຮອງ​ນ້ຳມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່​ປັກ​ກິ່ງ​ໃນ​ວັນ​ທີ18​ທັນວາ​ນີ້.

ໃນມື້​ດຽວ​ກັນ,ຜູ່​ຮັບຜິດ​ຊອບຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ການ​ສ້າງ​ຄັງ​ສຳຮອງ​ນ້ຳມັນ​ເຊື້ອ​ໄຟ​ແມ່ນ​ເຄື່ອງ​ມື​ອັນ​ສຳ​ຄັນ​ເພື່ອ​ຮັບ​ມື​ກັບ​ເຫດການທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ,ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ການ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ແລະຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ.​ສູນ​ຄັງ​ສຳ​ຮອງ​ນ້ຳມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ແມ່ນ​ຂັ້ນ​ປະຕິບັດ​ງານ​ໃນ​ລະ​ບົບ​ຄຸ້ມ​ຄອງ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ຈີນ,ຈຸດປະສົງ​ແມ່ນ​ເພື່ອ​ສະໜອງ​ການ​ຮັບ​ປະ​ກັນ​ດ້ານ​ນ້ຳມັນ​ເຊື້ອ​ໄຟ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ເສດ​ຖະ​ກິດ​ແຫ່ງ​ຊາດ,​ມີ​ໜ້າ​ທີ່​ ຮັບ​ຜິດ​ຊອບ​ການ​ກໍ່​ສ້າງ​ແລະ​ຄຸ້ມ​ຄອງ​ແຫຼ່ງ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ແຫ່ງ​ຊາດ,​ປະ​ຕິ​ບັດ​ໜ້າ​ທີ່​ສະ​ສົມ,​ຜັດ​ປ່ຽນ​ແລະ​ນຳ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ຄັງ​ສຳ​ຮອງ​ດ້ານ​ຍຸດ​ທະ​ສາດ,​ຕິດ​ຕາມ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ນ້ຳ​ມັນ​ເຊື້ອ​ໄຟ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.