ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-19 13:06:18    
ຕະ​ຫຼາດ​ຫຼັກ​ຊັບ​ນະ​ຄອນ​ຊຽງ​ໄຮ້​ກາຍ​ເປັນ​ຕະ​ຫຼາດ​ຫຼັກ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ19​ທັນວາ​ນີ້​ແມ່ນ​ວັນ​ລະລຶກ​ຕະຫຼາດ​ຊື້​ຂາຍຫຼັກ​ຊັບ​ນະຄອນ​ຊຽງ​ໄຮ້​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ17​ປີ.ຂໍ້​ມູນ​ມາ​ຈາກ​ຕະຫຼາດ​ຊື້​ຂາຍ​ຫັຼກຊັບ​ນະຄອນ​ຊຽງ​ໄຮ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ໂດຍ​ຜ່ານ​ຈາກ​ການ​ພັດທະ​ນາ​ຢ່າງ​ວ່ອງ​ໄວ​ໃນ​ຫຼາຍໆ​ປີ​ມາ​ນີ້,ຕະຫຼາດ​ຊື້​ຂາຍຫຼັກ​ຊັບນະຄອນ​ຊຽງ​ໄຮ້​ໄດ້​ກາຍ​ເປັນ ຕະຫຼາດ​ຫຼັກ​ຂອງ​ພາກ​ພື້ນອາຊີ​ປາຊິ​ຟິກ.

ຕາມ​ສະຖິ​ຕິສະ​ແດງ​​ໃຫ້​ເຫັນ​ວ່າ,ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້,ຍອດ​ມູນ​ຄ່າຕະຫຼາດ​ຫຸ້ນ​ນະຄອນ​ຊຽງ​ໄຮ້​ໄດ້​ເປັນອັນ​ດັບ2​ໃນ​ອາຊີ,​ແລະ​ເປັນອັນ​ດັບ6​ຂອງໂລກ.ມູນ​ຄ່າຕົກລົງ​ຊື້​ຂາຍຫຸ້ນ​ຫຼາຍ​ກວ່າ​ເຂດຮົງ​ກົງຂອງ​ຈີນ,​ເປັນ​ອັນ​ດັບ2​ໃນ​ອາຊີ​,​ແລະ​ເປັນ​ອັນ​ດັບ7​ຂອງ​ໂລກ.