ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-20 10:49:48    
ທ່ານ​ວາງ​ເຈຍ​ຢຸ້ຍ​ພົບ​ປະ​ກັບ​ທູດ​ພິ​ເສດ​ບັນ​ຫາ​ມຽນ​ມາ​ຂອງ​ສະ​ຫະ​ພາບ​ເອີ​ລົບ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 19 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ເຈຍ​ຢຸ້ຍ ຫົວໜ້າຄະນະພົວພັນ​ຕ່າງປະ​ເທດ​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະກັບ​ທ່ານ​ເພຍ​ໂລ ຟາ​ສີ​ໂນ ທູດ​ພິ​ເສດ​ສະຫະພາບ​ເອີ​ລົບ​ກ່ຽວ​ກັບ​ບັນຫາ​ມຽນມາ.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ທີ່​ມີ​ຕໍ່​ສະຖານະ​ການ​ມຽນມາ​ແລະ​ໄດ້​ບັນ​ລະ​ຍາຍຫຼັກໝັ້ນ​ແລະຫຼັກການ​ຂອງ​ໃຜລາວ. ທ່ານ​ວາງ​​ເຈຍ​ຢູ້ຍກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ຢາກ​ໄດ້​ເຫັນ​ມຽນມາ​ທີ່​ມີ​ສະຖຽນ​ລະ​ພາບ ປະຊາທິປະ​ໄຕ ພັດທະນາ​ແລະ​ປອງ​ດອງ​ກັນ, ຍິນ​ດີ​ສືບ​ຕໍ່ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ເລື່ອງ​ນີ້, ຫວັງ​ໃຫ້​ປະຊາ​ຄົ​ມ​ໂລກ​ເຮັດ​ວຽກ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຝ່າຍ​ຕ່າງໆ​ມຽນມາ​ແລະ​ຊຸກ​ຍູ້​ການ​ສົນທະນາ​ນັ້ນໃຫ້ຫຼາຍຂຶ້ນ.

ທ່ານ​ຟາ​ຊີ​ໂນ​ກ່າວ​ວ່າ, ສະຫະພາບ​ເອີ​ລົບ​ຍ້ອງຍໍ​ຝ່າຍ​ຈີນ​ທີ່​ໄດ້​​ເຮັດ​ວຽກ​ງານ​ອັນ​ສຳຄັນ ​ເພື່ອ​ເຮັດ​ໃຫ້ສະຖານະ​ພາບ​ມຽນມາ​ມີ​ສະຖຽນ​ລະ​ພາບ, ຍິນ​ດີ​ສືບ​ຕໍ່​ຮັກສາ​ການ​ທຳ​ຄວາມ​ເຂົ້າ​ໃຈ​ແລະ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ຈີນ​ແລະ​ປະ​ເທດ​ອາຊີ​ທີ່​ກ່ຽວຂ້ອງ.