ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-20 15:32:21    
ຈີນ​ເພີ່ມ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ໃນ​ດ້ານ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ

cri
ຕາມ​ຂ່າວCRI,ວັນ​ທີ20​ທັນວາ​ນີ້,ກອງ​ປະຊຸມ​ຂອງ​ຫົວໜ້າ​ພະ​ແນກ​ວັດ​ຖຸ​ບູ​ຮານ​ທົ່ວ​ປະ​ເທດ​ຈີນ​ໄດ້​ແຈ້ງ​ຂ່າວ​ວ່າ,ຊຸມ​ປີ​ມໍ່ໆ​ມາ​ນີ້,ຈີນ​ໄດ້​ເພີ່ມ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ເພື່ອ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ,​ແລະ​ໄດ້​ຮັບ​ໝາກ​ຜົນ​ເບື້ອງ​ຕົນ​ຫຼາຍ​ສົມ​ຄວນ.

ຊຸມ​ປີ​ມໍ່ໆ​ມາ​ນີ້,ຈີນ​ກັບ​ອິນ​ເດຍ,​ສ​ເກົາ​ຫຼີ,​ອັຟາ​ກາ​ນິສ​ຖານ,​ກຳປູ​ເຈຍ​,ອີ​ຕາ​ລີ​ແລະ​ຫວຽດ​ນາມ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ອະນຸລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ,​ໄດ້​ຮ່ວມ​ກັບ​ອີ​ຕາ​ລີ​,ຟີ​ລິບ​ປິນ​​ແລະ​ປະ​ເທດ​ອື່ນໆ​ລົງ​ນາມ​ໃນ​ສັນຍາ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປ້ອງ​ກັນ​ການ​ລັກ ​ວັດຖຸບູຮານ​ເຂົ້າ​ອອກ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ.​ຜູ່​ເຮັດ​ວຽກ​ວັດຖຸບູຮານ​ຂອງ​ຈີນ​ຍັງ​ດຳ​ເນີນ​ໂຄງການຊ່ວຍ​ເຫຼືອ​ຕ່າງປະ​ເທດ​ເຊັ່ນ​ປະ​ຕິ​ສັງ​ຂອນ​ອັງ​ກໍ​ວັດ​ຂອງ​ກຳ​ປູ​ເຈຍ,ຮ່ວມ​ມື​ກັບ​ເຄັນ​ຢາ​ຄົ້ນຄວ້າ​ສຶກສາ​ຄະດີ​ບູຮານ​ເປັນ​ຕົ້ນ.ພ້ອມ​ກັນ​ນັ້ນ,​ໄດ້​ດຳ​ເນີນ​ໂຄງ​ການ​ອົບ​ຮົມ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ສຳ​ລັບ​ປະ​ເທດ​ອາຊີ​ອາ​ຟິຼ​ກາ​ຢ່າງ​ຕໍ່​ເນື່ອງ,​ລະ​ດັບ​ການ​ຮ່ວມ​ມື​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລັດ​ຖະ​ບານ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.