ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-21 19:00:22    
ຈີນ​ຈັດ​ວາງ​ງົບປະ​ມານ 300 ລ້ານ​ຢວນ​ເພື່ອ​ຊ່ວຍ​ເຫຼືອ​ນັກຮຽນ​ມັດ​ທະ​ຍົມ​ປາຍ​ທີ່​ທຸກ​ຍາກ​ທີ່​ສຸດຢູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 21 ທັນວາ​ນີ້,ນັກ​ຂ່າວ​ໄດ້​ຮູ້​ຈາກ​ກະ​ຊວງສຶກສາທິການ​ຈີນ​ວ່າ,ກ່ອນ​ທ້າຍ​ປີ​ນີ້,ການ​ເງິນ​ສູນ​ກາງ​ຈີນ​ຈະຈັດ​ວາງ​ງົບປະມານ 300 ລ້ານ​ຢວນ,​ເພື່ອຊ່ວຍ​ເຫຼື​ອນັກຮຽນ​ມັດທະຍົມປາຍທີ່​ຄອບຄົວ​ທຸກ​ຍາກ​ທີ່​ສຸດ​ຢູ່​ເຂດ​ພາກ​ກາງ​ແລະ​ພາກ​ຕາ​​ເວັນ​ຕົກ,ນີ້​ແມ່ນ​ຈີນ​ຊ່ວຍ​ເຫຼືອ​ນັກ​ຮຽນ​ມັດທະຍົມປາຍ​ທີ່​ຄອບຄົວ​ທຸກ​ຍາກ​ຄັ້ງ​ທຳ​ອິດ.

ການ​ຊ່ວຍ​​ເຫຼືອ​ກ່ຽວ​ພັນ​ເຖິງນັກຮຽນ​ມັດທະຍົມປາຍທີ່​ຄອບຄົວ​ທຸກ​ຍາກ​ທີ່​ສຸດຢູ່​ຊົນ​ນະ​ບົດ​ຂອງ 22 ​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ,ຈຳນວນ​ຄົນ​ທີ່​ຮັບ​ການ​ຊ່ວຍ​ເຫຼືອ​ມີ​ເຖິງ 3 ​ແສນຄົນ,ມາດຕະຖານ​ຊ່ວຍ​ເຫຼືອ​ແມ່ນ 1000 ຢວນຕໍ່​ຫົວ​ຄົນ​ຕໍ່​ປີຮຽນ.