ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-22 17:48:45    
ເວ​ທີ​ປາ​ໄສ​ກັດ​ມັນ​ດູ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຕິ​ເບດ​ຂອງ​ຈີນ​ປິດ​ປະ​ຊຸມ

cri
ຕາມ​ຂ່າວສານ​ຊີ​ນຮວາ:,​ເວທີ​ປາ​ໄສ​ກັດ​ມັນ​ດູ​ກ່ຽວ​ກັບ​ວັດທະນະທຳ​ຕິ​ເບ​ດຈີນທີ່​ຈັດ​ຂຶ້ນ​​ຢູ່​ກັດ​ມັນ​ດູ​​ໄດ້​ປິດ​ປະຊຸມ​ໃນວັນ​ທີ 21 ທັນວາ​ນີ້.ວົງ​ການ​ຕ່າງໆ​ໃນ​ສັງຄົມ​ແລະ​ສື່​ມວນ​ຊົນ​ສຳຄັນ​ຂອງ​ເນ​ປານ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ​ເວທີ​ປາ​ໄສ​ຄັ້ງນີ້​ໄດ້​ຊຸກ​ຍູ້​ວົງ​ການ​ຕ່າງໆ​ຂອງ​ເນ​ປານ​ເຂົ້າ​ໃຈ​ແລະ​ຮູ້ຈັກ​ວັດທະນະທຳ​ອັນ​ດີ​ເລີດ​ຂອງ​ຕິ​ເບ​ດຈີນ,ມີ​ຄວາມ​ຫມາຍ​ສຳຄັນ​ອັນ​ຕັ້ງຫນ້າ​ຕໍ່​ການ​ຊຸກ​ຍູ້​ການ​ແລ​ກປ່ຽນ​ວັດທະນະທຳ​ ແລະ​ຜູກ​ມັດມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

​ເວທີ​ປາ​ໄສ​ຄັ້ງນີ້​ໄດ້​​ເຮັດ​ໃຫ້ມີ​ຄວາມຮັບ​ຮູ້​ເປັນ​ເອກະສັນ​ກັນ​ສີ່​ຂໍ້​ກ່ຽວ​ກັບ​ການ​ປົກ​ປັກຮັກສາ​ແລະ​ຂະຫຍາຍ​ວັດທະນະທຳ​ຕິ​ເບ​ດຄື:ຫນຶ່ງ​ວັດທະນະທຳ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​​ຂອງ​ວັດທະນະທຳ​ຈີນ,​ແລະ​ກໍ່​ແມ່ນ​ຊັບ​ສົມບັດຮ່ວມ​​ແຫ່ງ​ຄວາມ​ສີວິ​ໄລ​ຂອງ​ມ່ວນ​ມະນຸດ.ສອງ,ການ​ປົກ​ປັກ​ຮັກສາ​ແລະ​ຂະຫຍາຍ​ວັດທະນະທຳ​ຕິ​ເບ​ດຕ້ອງ​ຖື​ການ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ຂອງຊາດ​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ.ສາມ, ວັດທະນະທຳ​ຕິ​ເບ​ດ​ຕ້ອງ​ສືບ​ທອດ​ແລະປົກ​ປັກ​ຮັກສາ​ສີສັນພິ​ເສດ​ຂອງ​ຕົນ​​ເອງ, ທັງ​ຕ້ອງ​ເປີດ​ປະຕູ​ຕື່ມ​ອີກ,​ເດີນ​ໄປ​ສູ່​ໂລກ.ສີ່,ວຽກ​ງານ​ປົກ​ປັກ​ຮັກສາ​ແລະ​ຂະຫຍາຍ​ວັດທະນະທຳ​ຕິ​ເບ​ດຕ້ອງການ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຂອງ​ລັດຖະບານ​ຈີນ,ທັງ​ຕ້ອງການ​ໃຫ້​ວົງ​ການ​ຕ່າງໆ​ຂອງ​ສັງຄົມ​ແລະ​ຜູ່​ມີ​​ໄມຕີ​ຈິດ​ໃນ​ໂລກ​ພ້ອມ​ກັນ​ສະຫນັບສະຫນູນ​ແລະ​ເຂົ້າຮ່ວມ.