ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-25 17:36:54    
ການ​ຊ້ອມ​ລົບ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ກອງ​ທັບ​ບົກ​ຈີນ​ອິນ​ເດຍ​ສິ້ນ​ສຸດ​ລົງ​ແລ້ວ

cri Author: MO

ຕາມ​ຂ່າວCRI: ວັນ​ທີ 25 ທັນວາ​ນີ້, ການຊ້ອມ​ລົບ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ກອງທັບ​ບົກຈີນ​ອິນ​ເດຍທີ່​ມີ​ຊື່ວ່າ"​ເກາະ​ແຂນ​ 2007" ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມີງຈີນ​ໄດ້​ອັດ​ລົງ​ຢ່າງ​ສຳ​ເລັດ​ຜົນ. ກອງທັບ​ຂອງ​ຈີນ​ແລະ​ອິນ​ເດຍ​ໄດ້​ຈັດ​ພິທີ​ອັດ​ການ​ຝຶກ​ຊ້ອມຢ່າງ​ຄຶກຄື້ນ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່ຮ່ວມກັນ​ຈັດ​ຂຶ້ນ​, ທ່ານ​ມາ​ສຽວ​ທຽນ ຫົວໜ້າ​ຄະນະ​ສັງ​ເກດ​ການ​ຂອງ​ສອງ​ກອງທັບ​ຈີນ​ອິນ​ເດຍ ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນກ່າວ​ວ່າ, ການ​ຝຶກ​ຊ້ອມ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ​ເທື່ອ​ນີ້​ໄດ້​ຍົກ​ລະດັບຄວາມ​ສາມາດ​ໃນ​ການ​ສູ້​ລົບ​ຕ້ານ​ການກ​ກໍ່​ການ​ຮ້າຍ​ຂອງ​ສອງ​ກອງທັບ​ຄື​ຈີນ​ແລະ​ອິນ​ເດຍ​ໃຫ້​ສູງ​ຂຶ້ນ, ​​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ກອງທັບ, ​ແລະ​ໄດ້​ຊຸກ​ຍູ້​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ທີ່ມຸ່ງໜ້າ​​ໄປ​ສູ່​ສັນຕິພາບ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ຂະຫຍາຍ​ຕົວຢ່າງ​ຮອບດ້ານ​ຕື່ມ​ອີກ.



1 2