ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-25 18:25:41    
ຍອດ​ຈຳ​ນວນ​ຮ້ອງ​ຂໍ​ສິດ​ທິ​ບັດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ຈີນ​ຮັບ​ພິ​ຈາ​ລະ​ນາ​ນັ້ນ​ຫຼາຍ​ກວ່າ 4 ລ້ານ​ສະ​ບັບ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ທັນວາ​ນີ້, ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ນັກ​ຂ່າວ​ຊາບ​ວ່າ, ​ໃນຫຼາຍປີ​ມາ​ນີ້, ຈຳນວນ​ຮ້ອງ​ຂໍ​ສິດທິ​ບັດ​ທີ່​ຈີນ​ຮັບພິຈາລະນາ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ນັບ​ມາ​ຮອດ​ປັດຈຸບັນ, ຍອດ​ຈຳນວນ​ຮ້ອງ​ຂໍ​ສິດທິ​ບັດ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ທີ່​ຈີນ​ຮັບພິຈາລະນາໄດ້ຫຼາຍກວ່າ 4 ລ້ານ​ສະບັບ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ​ການ​ຮ້ອງ​ຂໍ​ສິດທິ​ບັດ 1 ລ້ານ​ກວ່າສະບັບ​ທີ່​ຈີນ​ຮັບ​​ພິຈາລະນາ​ໃນ​ປີ​ເຄິ່ງມາ​ນີ້, ການ​ຮ້ອງ​ຂໍ​ສິດທິ​ບັດປະດິດ​ສ້າງ​ພາຍ​ໃນ​ປະ​ເທດຫຼາຍກວ່າ 60%. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ສາມາດ​ປະດິດ​ສ້າງ​ເປັນ​ເຈົ້າຕົນ​ເອງ​ຂອງ​ຈີນ​ໄດ້​ເພີ່​ມຂຶ້ນ​ເລື້ອຍໆ, ລະດັບ​ກໍ່ໄດ້​ຍົກ​ສູງ​ຂຶ້ນຫຼາຍ, ບົດບາດ​ຂອງລະບອບ​ສິດທິ​ບັດ​ໃນ​ດ້ານ​ກະຕຸກ​ການ​ປະດິດ​ສ້າງ​ໃໝ່​ແລະ​ຊຸກ​ຍູ້​ການ​ປະດິດ​ສ້າງ​ເຕັກນິກ​ນັ້ນ​ກໍ່ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.