ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-25 18:42:19    
ຈີນ​ສຳ​ເລັດ​ການ​ສັບ​ຊ້ອນ​ຂະ​ແໜງ​ການ​ທຸ​ລະ​ກິດ​ດາວ​ທຽມ​ພາຍ​ໃນ​ປະ​ເທດ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 25 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ບໍລິສັດ​ດາວ​ທຽມ​ຖ່າຍ​ທອດ​ສົດ​ຂອງ​ຈີນ​ຈຳກັດ​ທີ່​ຜ່ານ​ການປັບປຸງສັບ​ຊ້ອນຊັບ​ສິນ​ແລ້ວ​ສ້າງຕັ້ງ​ໃໝ່​ໄດ້​ຈັດ​ພິທີ​ເປີດ​ປ້າຍ, ອັນ​ໄດ້​ກາຍ​ເປັນບໍລິສັດທຸລະ​ກິດ​ດາວ​ທຽມ​ພຽງ​ແຫ່ງ​ດຽວ​ພາຍ​ໃນ​ປະ​ເທດ​ຈີນ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ສຳ​ເລັດ​ການ​ສັບ​ຊ້ອນ​ຂະ​ແໜງ​ການ​ດາວ​ທຽມ​ພາຍ​​ໃນ​ປະ​ເທດ​​ແລ້ວ.

ບໍລິສັດ​ດາວ​ທຽມ​ຖ່າຍ​ທອດ​ສົດ​ຂອງ​ຈີນ​ຈຳກັດທີ່​ສ້າງ​ໃໝ່​ໄດ້​ເຕົ້າໂຮມຊັບ​ສິນ ທຸລະ​ກິດ ​ແລະ​ພະນັກງານ​ທີ່​ກ່ຽວ​ຂ້ອງ​ກັບ​ດາວທຽມ​ທັງ​ໝົດ​ຂອງ​ບໍລິສັດຫຼາຍ​ແຫ່ງ​ເຊັ່ນ​ບໍລິສັດ​ໂທລະ​ຄົມ​ດາວ​ທຽມ​ຈີນ​ເປັນຕົ້ນ, ​ໄດ້​ຄຸ້ມ​ຄອງ​ແລະດຳ​ເນີນ​ທຸລະ​ກິດ​ດາວ​ທຽມ​ທີ່​ພວມ​ຢູ່​ໃນ​ວົງ​ໂຄຈອນ 4 ໜ່ວຍ​ເຊັ່ນ​ດາວ​ທຽມ​ຈົ່ງ​ເວີຍ​ເລກ​ໜຶ່ງ​ເປັນຕົ້ນ, ​ແລະ​ພວມ​ຜະລິດ​ດາມ​ທຽມ​ໃໝ່ຫຼາຍໜ່ວຍ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ໃນ​ພິທີ​ເປີດ​ປ້າຍ​ວ່າ, ​ໃນ​ຕໍ່ໜ້າ, ຈີນ​ຈະ​ເພີ່​ມທະວີ​ການສະ​ສະໜັບສະ​ໜູນອຸດ​ສາ​ຫະກຳ​ດາວ​ທຽມ, ສົ່ງ​ເສີມ​ການ​ຜະລິດ​ດາວ​ທຽມ​ແລະການ​ພັດທະນາ​ໃນ​ຂົງ​ເຂດນຳ​ໃຊ້​ຕົວ​ຈິງ.