ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-25 19:09:50    
ຄວາມ​ສາມາດ​ຂອງ​ຕະ​ຫຼາດ​ທຶນ​ຂອງ​ຈີນ​ໃນ​ການ​ຮັບ​​ໃຊ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 25 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊ້າງ​ຝູລິນ ປະທານ​ຄະ​ນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງຫຼັກຊັບ​ຈີນ​ກ່າວ​ວ່າ, ຄວາມ​ສາມາດຂອງ​ຕະຫຼາດ​ທຶນຂອງ​ຈີນ​ໃນ​ການຮັບ​​ໃຊ້​ເສດຖະກິດ​ແຫ່ງ​ຊາດ​ພວມ​ຍົກ​ສູງ​ຂຶ້ນ​ເລື້ອຍໆ.

ໃນ​​ເວລາ​ເຂົ້າຮ່ວມ"​ເວທີ​ປາ​ໄສ​ການ​ທະນາຄານ​ຈີນ2007"ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ, ທ່ານ​ຊ້າງ​ຝູລີ​ນຊີ້​ອອກ​ວ່າ, ​ໃນ 17 ປີ​ອັນ​ສັ້ນໆ, ຕະຫຼາດທຶນຂອງ​ຈີນ​ໄດ້​ບັນລຸ​ການ​ພັດທະນາ​ແບບກ້າວ​ກະ​ໂດດ. ນັບ​ມາ​ຮອດ​ທ້າຍ​ເດືອນ​ພະຈິກ​ປີ​ນີ້, ວິ​ສາ​ຫະກິດ​ຈີນ​ໄດ້ລົງທຶນ​ເຂົ້າ​ໃນ​ຕະຫຼາດທຶນຂອງ​ຈີນ 1,810 ກວ່າ​ຕື້​ຢວນ. ​ໃນ​ຂະນະ​ທີ່​ສະໜັບສະໜູນ​ການ​ສ້າງສາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ພັດທະນາ​ວິ​ສາ​ຫະກິດ​ນັ້ນ, ຕະຫຼາດທຶນຂອງ​ຈີນ​ໄດ້​ເສີມ​ຂະຫຍາຍ​ສະມັດ​ຕະພາບ​ຈັດ​ສັນ​ຊັບພະຍາກອນ​ຂອງ​ຕະຫຼາດ, ​ໄດ້​ເປີດ​ກວ້າງຊ່ອງ​ທາງ​​ໃຫ້​ປະຊາຊົນ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງ​ເງິນທຶນ.

ພ້ອມ​ກັນນັ້ນ, ທ່ານ​ຊ້າງ​ຝູລິນ​ກ່າວ​ວ່າ, ຈີນ​ຈະ​ຊຸກ​ຍູ້​ການ​ສ້າງ​ລະບົບ​ຕະຫຼາດທີ່​ມີຫຼາຍລະດັບ, ພັດທະນາ​ຕະຫຼາດສິນ​ເຊື່ອ​ຢ່າງ​ຕັ້ງໜ້າ​ແລະ​ທຸ່ນ​ທ່ຽງ, ​ແລະ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ແລະ​ປະຕິບັດ​ກົດໝາຍ, ປ້ອງ​ກັນ​ແລະ​​ແກ້ຄວາມ​ສ່ຽງ​ຂອງ​ຕະຫຼາດທຶນ.