ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-26 18:38:02    
ຈີນ​ກ່າວ​ວ່າ​ທຸກ​ຄົນ​ໄດ້​ຮັບ​ການ​ບໍ​ລິ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ​ແມ່ນ​ເປົ້າ​ໝາຍ​ລວມ​ຂອງ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ການ​ປິ່ນ​ປົວ​ຂອງ​ຈີນ

cri
ຕາມ​ຂ່າວCRI,ວັນ​ທີ26​ທັນວາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເສິນ​ຈູ ລັດຖະມົນຕີ​ວ່າການ​ກະຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ກ່າວ​ວ່າ,​ເປົ້າ​ໝາຍ​ລວມ​ແຫ່ງ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ປິ່ນ​ປົວ​ແມ່ນ​ສ້າງ​ລະ​ບຽບ​ການ​ປິ່ນປົວ​ພື້ນຖານ​ທີ່​ປົກ​ຄຸມ​ປະຊາຊົນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ,​ຊຸກ​ຍູ້​ໃຫ້​ທຸກໆ​ຄົນ​ໄດ້​ຮັບ​ການ​ບໍລິການ​ປິ່ນປົວ​ພື້ນຖານ.

ທ່ານ​ແຈ້ງ​ໃຫ້​ຊາບ​ວ່າ,ຮອດ​ປີ2010,​ຈີນ​ຈະ​ສ້າງ​ລະ​ບຽບ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ​ໃນ​ເບື້ອງ​ຕົ້ນ,​ຮອດ​ປີ​2020,​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ບໍ​ລິ​ການ​ປິ່ນ​ປົວ​ທີ່​ຄົບ​ຖ້ວນ​ບໍ​ລິ​ບູນ​ສົມ​ຄວນ.

ທ່ານ​ເສິນ​ຈູ​ກ່າວ​ວ່າ,​ດ້ວຍ​ເຫດ​ນີ້,​ລັດຖະບານ​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ລ້ວນ​ແຕ່​ຕ້ອງ​ເພີ່ມ​ງົບ​ປະ​ມານ​ເຂົ້າ​ໃນ​ວຽກ​ງານ​ສາ​ທາ​ລະນະ​ສຸກ​ຢ່າງ​ຫຼວງ​ຫຼາຍ,​ຕົ້ນ​ຕໍ​ຈະ​ໃຊ້​ໃນ​ສາ​ທາ​ລະ​ນະ​ສຸກ ສາທາລະນະ​ສຸກ​ຊົນນະບົດ,​ສາ​ທາ​ລະ​ນະ​ສຸກ​ຕົວ​ເມືອງ​ແລະ​ການ​ຮັບ​ປະ​ກັນ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ​ຂອງ​ປະຊາຊົນຊົນນະບົດ​ແລະ​ຕົວ​ເມືອງ

ທ່ານ​ຍັງ​ແຈ້ງ​ໃຫ້​ຊາບວ່າ,ປັດຈຸບັນ, ການ​ປິ່ນປົວ​ແບບມີ​ສ່ວນ​ຮ່ວມ​ໃນ​ຊົນ​ນະ​ບົດ​ຈີນ​ໄດ້​ປົກ​ຄຸມ​ຊາວ​ກະ​ສິ​ກອນ​730​ລ້ານ​ຄົນ.​ການ​ປະ​ກັນ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ​ຂອງ​ກຳ​ມະ​ກອນ​ໃນ​ຕົວ​ເມືອງ​ກໍ​ໄດ້​ປົກ​ຄຸມ​ປະ​ຊາ​ຊົ​ນ​ຕົວ​ເມືອງ170​ລ້ານ​ຄົນ.​ພ້ອມ​ກັນ​ນັ້ນ,​ລະ​ບຽບ​ການ​ອຸດ​ໜູນ​ການ​ປິ່ນ​ປົວ​ກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ,​ພຽງ​ແຕ່​ຫົກ​ເດືອນ​ທ້າຍ​ປີ​ນີ້,​ທຶນ​ຊ່ວຍ​ເຫຼືອ​ກໍ​ມີ​ຫຼາຍ​ກວ່າ​7​ຕື້​100​ລ້ານ​ຢວນ.