ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-26 20:24:37    
ຈີນ​ຈະ​ອອກ​ແຮງ​ພັດ​ທະ​ນາ​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້

cri
ຕາມ​ຂ່າວCRI,​ວັນ​ທີ​26​ທັນ​ວາ​ນີ້,​ຈີນ​ໄດ້​ປະ​ກາດ​ປຶ້ມ​ປົກ​ຂາວ​ທີ່​ພາດ​ຫົວ​ເລື່ອງ​ວ່າ​ສະ​ພາບ​ການ​ແລະ​ນະ​ໂຍ​ບາຍ​ພະ​ລັງ​ງານ​ຂອງ​ຈີນ​ໂດຍ​ຊີ້​ອອກ​ວ່າ,​ຈີນ​ຈະ​ອອກ​ແຮງ​ພັດ​ທະ​ນາ​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້.

ປຶ້ມ​ປົກ​ຂາວ​ຂຽນ​ວ່າ,ຈີນ​ໄດ້​ປະກາດ​ກົດໝາຍ​ວ່າ​ດ້ວຍ​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້,​ໄດ້ຈັດ​ສັນ​ທຶນ​ສະ​ເພາະ​ເພື່ອ​ພັດທະນາ​ພະລັງງານ​ທີ່​ເກີດ​ໃໝ່​ໄດ້.​ໃນ​ຕໍ່​ໜ້າ,​ຈີນ​ຈະ​ເລັ່ງ​ລັດ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ,ພັດທະນາ​ໂຮງ​ໄຟ​ຟ້າ​ນ້ຳ​ຕົກ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຕາມ​ສະ​ພາບ​ຕົວ​ຈິງ.​ເຜີຍ​ແຜ່​ເຕັກ​ນິກ​ສຸກ​ງອມ​ໃນການ​ໃຊ້​ພະ​ລັງ​ຕາ​ເວັນ,​ແກັສ​ຊີ​ວະ​ພາບ​ເປັນ​ຕົ້ນ,​ຕັ້ງ​ໜ້າ​ພັດ​ທະ​ນາ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ລົມ,​ພະ​ລັງ​ຊີ​ວະ​ຊາດ​ແລະ​ພະ​ລັງ​ຕາ​ເວັນ.

ປຶ້ມ​ປົກ​ຂາວ​ຍັງ​ໄດ້​ຊີ້​ອອກ​ວ່າ,ຈີນ​ຈະ​ປັບປຸງ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ,​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ປະ​ຢັດ​ພະ​ລັງ​ງານ,​ປັບ​ປຸງ​ກົດ​ໝາຍ​ປະ​ຢັດ​ພະ​ລັງ​ງານ​ໃຫ້​ສົມ​ບູນ​ຂຶ້ນ,​ຍົກ​ປະ​ສິດ​ທິ​ພາບ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.