ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-27 20:11:53    
ນາຍົກລັດຖະ​ມົນ​ຕີ​ຍິ່ປຸ່ນ​ເດີນ​ທາງ​ຮອດ​ປັກ​ກິ່ງ​ເລີ່ມ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່າຍ​ວັນ​ທີ27ທັນວາ​ນີ້ ທ່ານຢາ​ຊູ​ໂອ ຟູ​ຄູ​ດາ ນາຍົກ ລັດຖະມົນ​ຕີ​ຍິ່ປຸ່ນ​ເດີ​ນທາງດ້ວຍ​ຍົນ​ພິ​ເສດ​ມາ​ຮອດ​ປັກ​ກິ່ງ​ແລ້ວ,​ເພື່ອ​ເລີ່​ມຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ4ວັນ.

​ໃນ​ໄລຍະ​ຢ້ຽມຢາມ​ຈີນ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ ທ່ານ​ອູ​ປາງ​ໂກ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ແລະ​ທ່ານ​ເວີນ​​ເຈຍ​ປາວ ນາຍົກລັດຖະມົນຕີຈະ​ແຍກພົບ​ປະ​ເຈລະຈາ​ກັບ​ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ.

ອີງ​ຕາມ​ແຜ​ນການຢ້ຽມຢາມ,ທ່ານ​ຟູ​ຄູ​ດາຍັງ​ຈະ​ກ່າວ​ປາຖະກະຖາ​ຢູ່​ມະຫາວິທະຍາ​ໄລ​ປັກ​ກິ່ງ.ນອກນີ້,ທ່ານ​ຍັງ​ຈະ​ໄປ​ທັດສະນະ​ສຶກສາ​ນະຄອນ​ທຽນ​ສິນ​ແລະ​ເມືອງ​ສູ​ຝູ​ແຂວງ​ຊ່ານ​ຕົ່ງ.

ຕອນ​ເຊົ້າວັນ​ທີ27ທັນວາ​ນີ້,​ໂຄສົກ​​ຂອງ​ລັດຖະບານ​ຍິ່ປຸ່ນກ່າວ​ຢູ່​ປັກ​ກິ່ງ​ວ່າ,ຝ່າຍ​ຍິ່ປຸ່ນຫວັງ​ໃຫ້ການ​ຢ້ຽມຢາມ​ຂອງ​ທ່ານນາຍົກ​ຟູ​ຄູ​ດາ​ເທື່ອ​ນີ້ ສາມາດ​ເຮັດໃຫ້​ການ​ພົວພັນ​ລະຫວ່າງ​ຍິ່ປຸ່ນກັບ​ຈີນຈະ​ເລີ​ນງອກງາມ​ຂຶ້ນ.