ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-27 20:22:23    
ຝ່າຍຈີນ​ຫວັງ​ໃຫ້​​ຝ່າຍ​ຕ່າງໆ​ໃນ​ການ​ເຈລະ​ຈາ​6ຝ່າຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ໄລ​ຍະ​ທີ2​ໂດຍ​ໄວ​ຕາມ​ຫຼັກ​ການ​ການ​ເຄື່ອນ​ໄຫວ​ຕໍ່​ການ​ເຄື່ອນ​ໄຫວ

cri Author: da
ຕາມ​ຂ່າວCRI: ວັນ​ທີ27ທັນວາ​ນີ້ ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າ​ຍຈີນຫວັງ​ໃຫ້​​ຝ່າຍຕ່າງໆ​ໃນ​ການ​ເຈລະ​ຈາ6ຝ່າຍກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ຈົ່ງອີງຕາມ​ຫຼັກການການ​ເຄື່ອນ​ໄຫວ​ຕໍ່ການ​ເຄື່ອນ​ໄຫວ,ພ້ອມ​ກັນ​ພະຍາຍາມ​ຈັດຕັ້ງປະຕິບັດກິດຈະກຳໄລຍະ​ທີ2​ຢ່າງຮອບດ້ານ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ວັນ​ທີ3ຕຸລາ​ປີ2007ນີ້,ການ​ເຈລະຈາ6ຝ່າຍ​ໄດ້​ຜ່ານ​ເອກະສານ"ຈັດ​ຕັ້ງປະຕິບັດກິດ ຈະກຳ​ໄລຍະ​ທີ2ຂອງ​ຖະ​ແຫຼ​ງການ​ຮ່ວມ".

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ພາຍຫຼັງ​ທຸກ​ຝ່າຍ​ພ້ອມ​ກັນ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ເຈລະຈາ6ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນຕັ້ງໜ້າ,ຫຼັງ​ຈາກ​ປິດ​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍຢູ່​ຢົງ​ປຽນ​ສ.ປ.ປ​ເກົາຫຼີ​ແລ້ວ​ໄດ້​ເລີ່​ມ​ເຮັດ​ວຽກ​ງານກຳຈັດປະສິດ​ທິຄຸນ​ຂອງສິ່ງ​ກໍ່ສ້າງ​ນິວ​ເຄຼຍ,ວຽກ​ງານ​ສ່ວນ​ຫຼາຍ​ກໍ​ຈະ​ສຳ​ເລັດ​ກ່ອນ​ທ້າຍ​ປີ​ນີ້.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ທ່ານ​ຍັງ​ກ່າວ​ວ່າ,​ເອກະສານ​ຮ່ວມ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນຫາ​ກຳຈັດ​ປະສິດ​ທິຄຸນ​ຂອງສິ່ງ​ກໍ່ສ້າງ​ນິວ​ເຄຼຍ,ການ​ກຳຈັດ​ປະສິດ​ທິຄຸນ​ຂອງ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍທີ່​ໃຫ້​ອາ​ເມ​ລິ​ກາ​ເປັນ​ຜູ່​ຮັບຜິດຊອບນັ້ນ,​ແມ່ນ​ທຸກ​ຝ່າຍ​ສາມາດຮັບ​​ເອົາ​ໄດ້,​ແມ່ນ​ວິທະຍາສາດ ປອດ​ໄພ ພິສູດ​ໄດ້​ແລະ​ສອດຄ່ອງ​ກັບ​ລະບຽບ​ການສາ​ກົນ.