ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-28 21:07:51    
ທ່ານ​ອູ​ປາງ​ກົວະ​ກ່າວ​ວ່າ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ຈີນ​​ແລະຍີ່​ປຸ່ນ​ແມ່ນ​ກະ​ແສ​ຫຼັກ

cri

ທ່ານອູປາງກົວະ(ຂວາ)ພົບປະກັບທ່ານຢາຊູໂອຟູຄູດາ

ຕາມ​ຂ່າວCRI,ວັນ​ທີ28​ທັນວາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອູ​ປາງ​ກົວະ ປະທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ,​ທ່ານ​ອູ​ປາງ​ກົວະ​ກ່າວ​ວ່າ,ຈີນ​ແລະ​ຍີ່ປ່ນຸ​ແມ່ນ​ປະ​ເທດ​ສຳຄັນ​ທີ່ໃກ້​ຄຽງ​ກັນ,​ເຖິງ​ວ່າ​ມີ​ຄວາມ​ຂັດ​ແຍ່ງ​ບາງ​ຢ່າງ​ກໍ​ຕາມ,​ແຕ່​ຜົນ​ປະໂຫຍ​ດຮ່ວມ​ແມ່ນ​ກະ​ແສ​ຫຼັກ​ລະ​ຫວ່າງ​ສອງ​ປະ​ເທດ.​ສອງ​ຝ່າຍ​ຄວນ​​ເບິ່ງແລະ​ກຳການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ສາຍ​ຕາ​ຍາວ​ໄກ​ຈາກ​ດ້ານ​ຍຸດ​ທະ​ສາດ.


ທ່ານຢາ​ຢູ​ໂອ ຟູ​ຄູ​ດາ​ກ່າວ​ວ່າ,ຍີ່​ປຸ່ນ​ແລະ​ຈີນ​ລົງ​ເລິກ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຮ່ວມ​ມື,​ຈະ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ກໍ​ຄື​ຂອງ​ໂລກ.​ພ້ອມ​ກັນ​ນັ້ນ,​ທ່ານ​ຍັງ​ກ່າວ​ວ່າ,ຫວັງ​ໃຫ້​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ,​ສະ​ໜັບ​ສະ​ໜູນ​ແລະ​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຍີ່​ປຸ່ນ​ຈີນ.