|
 |
(GMT+08:00)
2007-12-28 21:20:48
|
 |
ຈີນຈະອອກແຮງຊຸກຍູ້ການຮ່ວມມືກັນລະຫວ່າງປະຊາຊົນຈີນກັບປະຊາຊົນອາຊຽນ
cri
ຕາມຂ່າວສານຊິນຮວາ,ວັນທີ28ທັນວານີ້,ທ່ານຊົ້ງເປຊານ ຮອງປະທານສະຫະພັນອຸດສາຫະກຳການຄ້າຈີນກ່າວວ່າ,ຈະອອກແຮງຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຈີນກັບອາຊຽນ.
ມື້ດຽວກັນ,ເວທີປຶກສາຫາລືການຮ່ວມມືແລະການພັດທະນາເສດຖະກິດສະມາຄົມການຄ້ານານນິງ-ອາຊຽນໄດ້ຈັດຂຶ້ນຢູ່ເມືອງນານນິງເຂດກວາງຊີ ພາກຕາເວັນຕົກຂອງຈີນ.ຜູ່ແທນຂອງສະມາຄົມການຄ້າຈີນແລະບັນດາປະເທດອາຊຽນໄດ້ດຳເນີນການແລກປ່ຽນກ່ຽວກັບບົດບາດຂອງການຮ່ວມມືລະຫວ່າງສະມາຄົມການຄ້າໃນການຊຸກຍູ້ການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນ.
ໃນເວລາເຂົ້າຮ່ວມກິດຈະກຳເວທີປຶກສາຫາລື,ທ່ານຊົ້ງເປຊານກ່າວວ່າ,ເຂດການຄ້າເສລີຈີນ-ອາຊຽນໄດ້ສ້າງໂອກາດການຄ້າແລະຜົນປະໂຫຍດຕົວຈິງຢ່າງຫຼວງຫຼາຍ,ແຕ່ນອກຈາກການຮ່ວມມືລະຫວ່າງລັດຖະບານແລ້ວ,ຍັງຕ້ອງອອກແຮງຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນສອງຝ່າຍ,ຜ່ານຈາກເສດຖະກິດການຄ້າລະຫວ່າງປະຊາຊົນ,ເພີ່ມທະວີການທູດປະຊາຊົນແລະການທູດເສດຖະກິດລະຫວ່າງຈີນກັບບັນດາປະເທດອາຊຽນ,ເປີດກວ້າງຂົງເຂດຮ່ວມມືລະຫວ່າງສອງຝ່າຍ,ເພື່ອຮັບໃຊ້ການພັດທະນາເສດຖະກິດຂອງສອງຝ່າຍ.
|
|
|