ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-29 17:35:04    
ຜູ້ນຳ​ຈີນ​ແລະ​ຍີ່ປຸ່ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ​​ໃນ​ການ​ພົບ​ປະ

cri Author: cai

ຕາມ​ຂ່າວCRI:ວັນ​ທີ 29 ທັນວາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດ​ຖະມົນຕີ​ຈີນກ່າວ​ວ່າ,ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ​ມາ​ຢ້ຽມຢາມ​ຈີນ​​ເທື່ອ​ນີ້​ແມ່ນ​ສຳ​ເລັດຜົນ,ຜູ້ນຳ​ຈີນ​ແລະ​ຍີ່ປຸ່ນ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ​​ໃນ​ທຸກ​ດ້ານ​ທີ່​ກ່ຽວ​ພັນ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ໃນ​ເວລາ​ທ່ານ​​ເວີ່ນ​ເຈ່ຍ​ປາວ​ກັບ​ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ​ຮ່ວມ​ກັນ​ເຂົ້າ​ຮ່ວມງານ​ລ້ຽງ​ອາຫານ​​ເຊົ້າທີ່​ອົງການ​ຈັດຕັ້ງ​ມິດຕະພາບ​ຂອງ​ປະຊາຊົນ​ຈີນ​ແລະ​ຍີ່ປຸ່ນ​ຈັດ​ຂຶ້ນ,ທ່ານ​​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ການ​ເຈລະຈາ​ໃນ​ວັນ​ທີ 28 ທັນວາ​ນີ້​ແມ່ນ​ມີ​ໝາກຜົນ​ອັນ​ອຸດົມ​ສົມບູນ.​ເນື້ອ​ໃນ​ຂອງ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ມີ:ການ​ໄປມາ​ຫາສູ່​ກັນ​ຂັ້ນສູງ,ການ​ຮ່ວມ​ມືດ້ານ​​ເສດຖະກິດ​ການ​ຄ້າ,ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້ອງ​ກັນ,ການ​ແລກປ່ຽນ​ແລະ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ.ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ,ຈະປັບປຸງ​ກົນ​ໄກ​ສົນທະນາ​ລະດັບ​ສູງ​ດ້ານ​ເສດຖະກິດລະຫວ່າງ​ຈີນ​ຍີ່ປຸ່ນ​ໃຫ້​ສົມບູນຂຶ້ນ​ຕື່ມ,​ແລະ​ຊັກ​ຈູງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ດ້ວຍ​ກົນ​ໄກ​ດັ່ງກ່າວ.