ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-30 16:25:39    
ທ່ານ​ຈຽວ​ສຽວ​ຢາງ​ກ່າວ​ວ່າ,​ການ​ຕົກ​ລົງ​ຂອງ​ຄະນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່ຽວ​ກັບ​ບັນ​ຫາ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ຮົງ​ກົງ​​ແມ່ນ​ວາງ​ອອກ​ຕາມ​ກົດ​ໝາຍ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ29ທັນ​ວາ​ນີ້​ ຢູ່​ຮົງ​ກົງ ທ່ານ​ຈຽວ​ສຽວ​ຢາງ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວວ່າ,​ການ ຕົກລົງ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກ່ຽວ​ກັບ​ວິທີ​ເລືອກ​ຕັ້ງຜູ່​ບໍລິຫານ​ປີ2012​ແລະ​ວິທີ​ເລືອກ​ຕັ້ງສະພາ​ນິຕິບັນ​ຍັດ​ຂອງ​ເຂດ​ພິ​ເສດ​ຮົງ​ກົງພ້ອມ​ກັບ​ການ​ຕົກລົງ​ກ່ຽວ​ກັບ​ບັນຫາ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ຮົງກົງ​​ແມ່ນ​ວາງ​ອອກ​ຕາມຂໍ້​ກຳນົດ​ຂອງກົດ​ໝາຍ​ພື້ນ​ຖານ​ແລະ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ,ມີ​ປະສິດ​ທິຜົນ​ດ້ານ​ກົດ​ໝາຍທີ່​ບໍ່​ມີ​ຫຍັງ​ໜ້າ​ສົງ​ໃສ.

ວັນ​ທີ29ທັນວາ​ນີ້ ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຕົກລົງວ່າ,ການ​ເລືອກ​ຕັ້ງ​ຜູ່​ບໍລິຫານຊຸດ​ທີ4ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ປີ2012 ບໍ່​ປະຕິ ບັດ​ຕາມ​ວິທີການ​ເລືອກ​ຕັ້ງ​ແບບທົ່ວ​ໄປ. ການ​ເລືອກ​ຕັ້ງ​ຜູ່​ບໍລິຫານຊຸດ​ທີ5ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ປີ2017 ສາມາດ​ປະຕິບັດ​ຕາມ​ວິທີການ​ເລືອກ​ຕັ້ງທົ່ວ​ໄປ.