|
 |
(GMT+08:00)
2007-12-30 17:00:40
|
ປີ2008ຈີນຈະເກັບພາສີຊົ່ວຄາວຕໍ່ຜະລິດຕະພັນທັນຍາຫານທີ່ສົ່ງອອກ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ30ທັນວານີ້ ກະຊວງການເງິນຈີນປະກາດວ່າ,ແຕ່ວັນເຂົ້າເບຼ ສາລີ ເຂົ້າເປືອກ ເຂົ້າສານ ໝາກຖົ່ວແລະຜະລິດຕະພັນປຸງແຕ່ງດ້ວຍແປ້ງທັນຍາຫານດັ່ງກ່າວ.
ຫຼັງຈາກຖອນຄືນພາສີສົ່ງອອກທັນຍາຫານແລະເຄື່ອງປຸງແຕ່ງ84ປະເພດຄືເຂົ້າເບຼ ເຂົ້າເປືອກ ເຂົ້າສານ ສາລີແລະໝາກຖົ່ວແລ້ວໃນວັນທີ20ທັນວາປີ2007ແລ້ວ,ນີ້ແມ່ນລັດຖະບານຈີນໃຊ້ພາຫະນະພາສີເປັນໄມ້ງັດອີກເທື່ອໜຶ່ງເພື່ອສະກັດກັ້ນບໍ່ໃຫ້ສົ່ງອອກທັນຍາຫານໄວໂພດໃນຫວ່າງມໍ່ໆນີ້,ຊັກນຳໃຫ້ສະໜອງທັນຍາຫານຢູ່ພາຍໃນປະເທດ,ເພື່ອກົດລາຄາເພີ່ມຂຶ້ນ.
ໃນໄລຍະມໍ່ໆມານີ້,ຍ້ອນຖືກຜົນສະທ້ອນຈາກລາຄາທັນຍາຫານໃນໂລກເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ລາຄາທັນຍາຫານແລະຜະລິດຕະພັນປຸງແຕ່ງຢູ່ພາຍໃນປະເທດແລະຕ່າງປະເທດຜິດໂຕນກັນອ່າວຫຼາຍ,ເຊິ່ງໄດ້ຊຸກຍູ້ໃຫ້ການສົ່ງອອກທັນຍາຫານແລະຜະລິດຕະພັນປຸງແຕ່ງຂອງຈີນເພີ່ມຂຶ້ນຢ່າງວ່ອງໄວ.
|
|
|