ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-30 19:51:06    
ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ​ສຳ​ເລັດ​ການ​ຢ້ຽມ​ຢາມ​ຈີນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ບ່າຍ​ວັນ​ທີ 30 ທັນວາ​ນີ້,ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້ສຳ​​ເລັດການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ທີ່​ດຳ​ເນີນ​​ເປັນ​ເວລາ 4 ມື້,​ແລ້ວ​ຂີ່​ຍົນ​ພິ​​ເສດຈາກ​ເມືອງ​ຈີ​ນານ,ກັບ​ຄືນ​ປະ​ເທດ.

ໃນ​ໄລຍະ​ຢ້ຽມຢາມ​ຢູ່​ປັກ​ກິ່ງ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ແລະ​ຜູ້ນຳ​ອື່ນໆ​​ຕ່າງ​ໄດ້​ພົບ​ປະ​ແລະ​ເຈລະຈາ​ກັບ​ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ.ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ໃຫ້​ຂະຫຍາຍ​ໄປ​ຮອດ​ໄລຍະ​ໃໝ່.

ໃນ​ການ​ຢ້ຽມຢາມ,ສອງ​ຝ່າຍ​ຕົກລົງ​ກັນ​ວ່າ,ທ່ານ​ປະທານ​ຫູ​ຈີນ​ທ່າວ​ຈະ​ໄປ​ຢ້ຽມຢາມ​ຍີ່ປຸ່ນ​ໃນ​ປີໜ້າ,ນີ້​ຈະ​ແມ່ນ​ປະມຸກ​ລັດ​ຈີນ​ໄປ​ຢ້ຽມຢາມ​ຍີ່ປຸ່ນ​ເປັນ​ຄັ້ງ​ທຳ​ອິດ​ໃນ 10 ປີ​ທີ່​ຜ່ານ​ມາ.ຜູ້ນຳ​ສອງ​ປະ​ເທດ​ຍັງ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃໝ່​ກ່ຽວ​ກັບ​ບັນຫາ​ທະ​ເລຈີນ​ຕາ​ເວັນ​ອອກ.

ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ​ໄດ້​ກ່າວ​ຢ້ຳຫຼັກ​ໝັ້ນ​ຂອງ​ຝ່າ​ຍຍີ່ປຸ່ນ​ໃນ​ບັນຫາ​ໄຕ້​ຫວັນ​ແລະ​ກ່າວ​ວ່າ,ຝ່າຍ​ຍີ່ປຸ່ນບໍ່​ສະໜັບສະໜູນສອງ​ປະ​ເທດ​ຈີນ​ຫຼື​ຈີນ​ເປັນອັນ​ໜຶ່ງ​ໄຕ້​ຫວັນ​ເປັນອັນ​ໜຶ່ງ,ບໍ່​ສະໜັບສະໜູນ​​ໄຕ້​ຫວັນ​ເຂົ້າ​ຮ່ວມ​ສະຫະ​ປະຊາ​ຊາດ,ບໍ່​ສະໜັບສະໜູນ​ການ​​ເອົາປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສະຫະ​ປະຊາ​ຊາດ.ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ​ຍັງ​ກ່າວ​ວ່າ,ຝ່າຍ​ຍີ່ປຸ່ນ​ມີ​ເຈດ​ຈຳນົງສຳ​ຫຼວດຕົນ​​ເອງ​ຢ່າງ​ຈິງ​ຈັງ​ຕໍ່​ປະຫວັດສາດ​ທີ່​​ທໍລະມານ​ຕອນ​ນັ້ນ,ຍີ່ປຸ່ນ​ຍຶດໝັ້ນ​ເດີນ​ຕາມ​​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ,ຫວັງ​ສ້າງ​ການ​ພົວພັນ​ຍີ່ປຸ່ນ​ຈີນ​ທີ່​ອວ່າຍໜ້າ​ໄປ​ສູ່​ອະນາຄົດ.