ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-02 20:20:45    
ທ່ານ​ລີ​ສາງ​ຊຸນ​ພົບ​ປະ​ຫົວ​ໜ້າ​ໂທ​ລະ​ພາບ​ແຫ່ງ​ຊາດ​ຂອງ​5​ປະ​ເທດ​ອາ​ຊີ​ອາ​ຄະ​ເນ

cri
ຕາມ​ຂ່າວCRI,ຕອນ​ບ່າຍ​ວັນ​ທີ2​ມັງກອນ​ນີ້,​ຢູ່​ທີ່​ປັກ​ກິ່ງ,ທ່ານ​ລີ​ສາງ​ຊຸນ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ກັບ​ຫົວ​ໜ້າ​ໂທ​ລະ​ພາບ​ແຫ່ງ​ຊາດ​ຂອງ​ກຳ​ປູ​ເຈຍ,ລາວ ມຽນມາ​,​ໄທ​ແລະ​ຫວຽດ​ນາມ​ທີ່​ມາຈີນ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສາຍ​ຟິມ​ເອ​ກະ​ສານ​ໂທ​ລະ​ພາບ​ເລື່ອງ" ກິນ​ນ້ຳ​ສາຍ​ດຽວ​ກັນ".

ທ່ານ​ລີ​ສາງ​ຊຸນ​ກ່າວ​ວ່າ,ຟິມ​ເອກະສານ​​ໂທລະພາບ​ເລື່ອງ" ກິນ​ນ້ຳ​ສາຍ​ດຽວ​ກັນ"​ໂດຍ​ມີ​ໂທລະ​ພາບ​ສູນ​ກາງ​ຈີນ​ເປັນ​ຜູ່​ລິ​ເລີ່​ມ​ແລະ​ຮ່ວມ​ກັນ​ຖ່າຍ​ທຳ​ກັບ​ໂທ​ລະ​ພາບ​ແຫ່ງ​ຊາດ​ຂອງ5​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ນັ້ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂອງ,​ແມ່ນ​ພຶດຕະກຳ​ທີ່​ສຳ​ເລັດ​ຜົນ​ເທື່ອ​ໜຶ່ງ​ຂອງ6​ປະ​ເທດ​ໃນ​ດ້ານ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ.

ຫົວໜ້າ​ໂທ​ລະ​ພາບ​ແຫ່ງ​ຊາດ​ຂອງ5​ປະ​ເທດ​ເປັນ​ເອ​ກະ​ສັນ​ກັນ​ກ່າວ​ວ່າ,ຄວາມ​ສຳ​ເລັດ​ຜົນ​ຂອງ​ຟິມ​ເອກະສານ​ເລື່ອງ​ນີ້​ແມ່ນ​ໂຮມ​ສູນ​ສ່ອງ​ແສງ​ໃຫ້​ເຫັນ​ການ​ຮ່ວມ​ມື​ທີ່​ດີ​ລະ​ຫວ່າງ​ ໂທ​ລະ​ພາບ​ຂອງ​6​ປະ​ເທດ​ໃນ​ຫຼາຍ​ປີ​ມາ​ນີ້,​ທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບົດ​ບາດ​ພິ​ເສດ​ຂອງ​ໂທ​ລະ​ພາບ​ໃນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ.