ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-02 20:33:51    
ປັກ​ກິ່ງ​ຈະ​ໃຊ້​ມາດ​ຕະ​ການ​ຫຼາຍ​ລາຍ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ​ດ້ານ​ອາ​ຫານ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ

cri
ຕາມ​ຂ່າວສານ​ຈີນ:ປີ 2008,ປັກ​ກິ່ງ​ຈະ​​ໃຊ້ມາດ​ຕະການ​​ຫຼາຍ​ລາຍເ​ພື່ອຮັບປະ ກັນ​ຄວາມ​ປອດ​​ໄພ​ດ້ານ​ອາຫານ​ຂອງ​ປະຊາກອນ 16 ລ້ານ​ຄົນ​ຂອງ​ນະຄອນຫຼວງ​ປັກ​ກິ່ງໃນ​ຍາມ​ຈັດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

 ຕາມ​ການ​ຈັດ​ວາງ​ວຽກ​ງານ​ປະຈຳ​ປີ​ທີ່​ພະ​ແນ​ກຄຸ້ມ​ຄອງ​ບໍລິຫານ​ອຸດສາ ຫະກຳ​ການ​ຄ້າ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ປະກາດ​ໃນ​ວັນ​ທີ 2 ມັງກອນ​ນີ້,ປີ 2008, ນະຄອນຫຼວງ​ປັກ​ກິ່ງ​ຈະປະຕິບັດ​ຕາມ​ມາດຖານ​​ເຕັກນິກຄວາມ​ປອດ​ໄພແລະ​ມາດ ຖານ​ອະນຸມັດ​ເຂົ້າ​ຕະຫຼາດຂອງ​​ອາຫານ​​ງານ​ກິລາ​ໂອ​ລິ​ມ ປິກຢ່າງຮອບດ້ານ.

ພ້ອມ​ກັນ​ນັ້ນ,ນະຄອນຫຼວງ​ປັກ​ກິ່ງ​ຈະ​ປະຕິບັດ​ລະບົບ​ຕິດຕາມ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ຢ່າ​ງຮອບດ້ານ,ຮັບປະກັນ​ຄວາມ​ຄົບ​ຖ້ວນ​ແລະ​ແມ່ນ​ຢຳຂອງແຫຼ່ງສະຫນອງ  ວິ​ສາ​ຫະກິດ​ປຸງ​ແຕ່ງ​ແລະ​ຂົນ​ສົ່ງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​.ພະ​ແນ​ກຕິດຕາມກວດກາ​ຂອງ​ອົງການ​ປົກຄອງ​ຈະ​ຕິດ ຕາມ​ກວດກາ​ທົ່ວ​ຂະ​ບວນການ​ສະຫນອງ​​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ທັງ​ຫມົດ, ປັບປຸງ ສາງ​ຂໍ້​ມູນ​​ຕິດຕາມ​ກວດກາ​ຄວາມ​ປອດ​​ໄພ​ດ້ານອາຫານ​ຂອງງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ​ຂຶ້ນ,​ແລະປະ​ເມີນ​ຄວາມ​ສ່ຽງ​ຕໍ່​ຂໍ້​ມູນ​ຕິດຕາມ​ກວດກາ,​ແລະສ້າງ​ກົນ​ໄກ​ເຕືອນ​ໄພ.