ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-04 19:21:30    
ການ​ສ້າງ​ລະ​ບອບ​ກຽດ​ຕິ​ຍົດ​ແຫ່ງ​ຊາດ​ຍ່ອມ​ຈະ​ຊຸກ​ຍູ້​ໃຫ້​ວັດ​ທະ​ນະ​ທຳ​ພັດ​ທະ​ນາ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ໃຫຍ່​ຫຼວງ

cri Author: MO
ວັນ​ທີ 4 ມັງກອນ​ນີ້, ​ຂ່າວສານ​ຊີ​ນຮວາ ​ເຊິ່ງ​ເປັນ​ຂ່າວສານ​ແຫ່ງ​ຊາດ​ຈີນ​ໄດ້​ພິມ​ບົດ​ຄວາມຂຽນ​ວ່າ, ​ໃນບົດ​ລາຍ​ງານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້ສະ​ເໜີ​ວ່າ​ໃຫ້​ສ້າງ​ລະບອບ​ກຽດຕິຍົດ​ແຫ່ງ​ຊາດ, ​ເພື່ອ​ຍ້ອງຍໍ​ຜູ້​ເຮັດ​ວຽກ​ດ້ານ​ວັດທະນະທຳ​ທີ່​ມີ​ຜົນງານ​ພົ້ນ​ເດັ່ນ. ນີ້​ຍ່ອມ​ຈະ​ປຸກລະດົມ​ຄວາມ​ຫ້າວຫັນ​ຂອງ​ຜູ້​ເຮັດ​ວຽກ​ດ້ານວັດທະນະທຳ​ອັນ​ໄພສານ, ຊຸກ​ຍູ້​ວັດທະນະທຳ​ພັດທະນາ​​ແລະ​ຈະ​ເລີ​ນຮຸ່ງ​ເຮືອງຢ່າງ​ໃຫຍ່ຫຼວງ.

ບົດ​ຄວາມ​ຂຽນ​ວ່າ, ​ແຕ່​ປະ​ເທດ​ຈີນ​ໃໝ່​ສ້າງຕັ້ງຂຶ້ນ​ມາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ນັບແຕ່​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້, ພັກ​ແລະ​ລັດຖະບານ​ເຄີຍ​ໃຊ້​ຮູບ​ການ​ທີ່​ຕ່າງ​ກັນ​​ເພື່ອ​ຍ້ອງຍໍ​ຜູ້​ເຮັດ​ວຽກ​ດ້ານວັດທະນະທຳ​ທີ່​ມີ​ຜົນງານ​ພົ້ນ​ເດັ່ນ. ການສ້າງ​ລະບອບ​ກຽດຕິ​ຍົດ​ວັດທະນະທຳ​ທີ່​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ​ບົນ​ພື້ນຖານ​ດັ່ງກ່າວນັ້ນ ມີ​ຜົນ​ດີ​ຕໍ່​ການ​ເປີດ​ກວ້າງ​ອິດ​ທິພົນ​ໃນ​ສາກົນ​ຂອງ​ຜູ້​ມີ​ສື່​ສຽງ​ດ້ານ​ວັດທະນະທຳ​ຂອງ​ຈີນ​ແລະ​ບົດ​ປະພັນ​ຂອງ​ເຂົາ, ​ແລະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ວັດທະນະທຳ​ຈີນ​ກ້າວ​ໄປ​ສູ່​ໂລກ​ໃຫ້​ດີກ​ວ່າ​ເກົ່າ.