|
 |
(GMT+08:00)
2008-01-04 19:42:03
|
 |
ທາງຫຼວງ 4 ສາຍທີ່ເນັ່ງໄປສູ່ຕ່າງປະເທດຂອງແຂວງຢຸນນານຈີນຕອນພາຍໃນຈີນໄດ້ບັນລຸລະດັບຊັ້ນສູງ
cri
Author: MO
ຕາມຂ່າວສານຊີນຮວາ: ເມື່ອຜ່ານການປັບປຸງ, ປັດຈຸບັນ, ທາງຫຼວງ 4 ສາຍທີ່ເນັ່ງໄປສູ່ຕ່າງປະເທດຂອງແຂວງຢຸນນານຈີນຕອນພາຍໃນຈີນໄດ້ບັນລຸລະດັບຊັ້ນສູງທັງໝົດ. ແຂວງຢຸນນານຕໍ່ແດນກັບຫວຽດນາມ ລາວ ມຽນມາ, ແມ່ນເຂດທີ່ເທີງບົກຂອງຈີນເຊື່ອມຕໍ່ກັບອາຊີອາຄະເນແລະອາຊີໃຕ້ໂດຍກົງ. ທາງຫຼວງ 4 ສາຍທີ່ເນັ່ງໄປສູ່ຕ່າງປະເທດຂອງແຂວງຢຸນນານແມ່ນທາງຫຼວງຈີນຫວຽດນາມ, ທາງຫຼວງຈີນລາວໄທ, ທາງຫຼວງຈີນມຽນມາ, ແລະທາງຫຼວງຜ່ານມຽນມາໄປອາຊີໃຕ້. ເມື່ອຜ່ານການປັບປຸງ, ທາງຫຼວງ 4 ສາຍດັ່ງກ່າວຕອນໃນຈີນທີ່ຍາວ 2500 ກວ່າກິໂລແມັດໄດ້ບັນລຸລະດັບຊັ້ນສູງທັງໝົດ. ປັດຈຸບັນ, ຕອນຢູ່ຕ່າງປະເທດພວມສ້າງຂະຫຍາຍ, ເພື່ອຍົກມາດຕະຖານຂອງເສັ້ນທາງໃຫ້ສູງຂຶ້ນ.ທາງຫຼວງສາກົນສ້າງສຳເລັດຈະລົງເລິກການໄປມາຫາສູ່ກັນແລະການຮ່ວມມືກັນໃນດ້ານການເມືອງ ເສດຖະກິດ ວັດທະນະທຳແລະດ້ານອື່ນໆລະຫວ່າງຈີນກັບປະເທດອາຊີອາຄະເນ, ໄດ້ສ້າງຄວາມສະດວກໃຫ້ແກ່ເຂດຕາເວັນຕົກສຽງໃຕ້ຂອງຈີນໄປມາຫາສູ່ກັນກັບຕ່າງປະເທດ.
|
|
|