ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-04 19:47:31    
ລະຫວ່າງການ​ພັດ​ທະ​ນາ​ຂອງ​ຕະ​ຫຼາດ​ທຶນ​ຈີນ​ກັບ​ການ​ປະ​ຕິ​ຮູບ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ​ໄດ້​ມີ​ການ​ຊ່ອຍ​ຊູ​ຍູ້​ໜູນ​ກັນ​ໃນ​ແງ່​ດີ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ການຄົ້ນຄວ້າ​ລາຍ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ລະຫວ່າງການ​ພັດ​ທະນາ​ຂອງຕະຫຼາດທຶນ​ຈີນກັບ​ການ​ປະຕິ​ຮູບ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ​ໄດ້​ມີ​ການຊ່ອຍ​ຊູ​ຍູ້​ໜູນ​ກັນ​ໃນ​ແງ່​ດີ.

ວັນ​ທີ 3 ມັງກອນນີ້, ຕະຫຼາດຫຼັກຊັບ​ຊຽງ​ໄຮ້​ໄດ້​ປະກາດ​ບົດ​ລາຍ​ງານຄົ້ນຄວ່າ"ການ​ພັດທະນາ​​ຕະຫຼາດທຶນກັບ​ການ​ປະຕິ​ຮູບ​ການຄຸ້ມຄອງ​ຊັບ​ສິນ​ຂອງ​ລັດ". ບົດ​ລາຍ​ງານ​ເຫັນ​ວ່າ, ການ​ປະຕິ​ຮູບ​ການ​ຄຸ້ມຄອງ​ຊັບ​ສິນ​ຂອງ​ລັດ​ມີ​ຜົນ​ດີ​ຕໍ່​ການ​ປັບປຸງອົງ​ປະກອບ​ຕະຫຼາດທຶນ​ໃຫ້​ດີ​ຂຶ້ນ.

ບົດ​ລາຍ​ງານ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ມາດ​ຕະການ​ລະອຽດ​ທີ່​ໃຊ້​ຕະຫຼາດທຶນ​ມາ​ຊຸກ​ຍູ້​ການ​ປະຕິຮູບ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ, ​ເຊິ່ງລວມທັງ​ສົ່ງ​ເສີມ​​ໃຫ້​ລັດວິ​ສາ​ຫະກິດ​​ເຂົ້າຕະຫຼາດຫຼັກຊັບ​ທັງ​ໝົດ, ​ເພື່ອ​ສ້າງ​ລັດ​ວິ​ສາ​ຫະກິດ​​ໃຫ້​ເຂັ້ມ​ແຂງ; ພັດທະນາ​ຕະຫຼາດພັນທະບັດ​ຢ່າງຕັ້ງໜ້າ, ​ເປີດ​ກວ້າງ​ຊ່ອງ​ທາງ​ຫ້າງຫາ​ເງິນ​ທຶນ​ຂອງ​ລັດ​ວິ​ສາ​ຫະກິດ; ປັບປຸງ​ອົງ​ປະກອບຄຸ້ມຄອງ​ຂອງ​ບໍລິສັດ​ໃຫ້​ສົມບູນ​ຂຶ້ນ, ບູລະນະ​ລະບອບ​ຂອງ​ວິ​ສາ​ຫະກິດ​ທັນ​ສະ​ໄໝ, ​ເພີ່ມ​ພະລັງ​ຊີວິດ ກຳລັງ​ຄວບ​ຄຸມ ​ແລະ​ອິດ​ທິພົນ​ຂອງ​ເສດຖະກິດ​ແຫ່ງ​ຊາດ.