ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-06 17:21:49    
ໃນ​ຊຸ​ປີ​ມໍ່ໆ​ມາ​ນີ້​ຈີນ​ໄດ້​ຮັບ​ໝາກ​ຜົນ​ສຳ​ຄັນ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ຈີນ​ໄດ້​ຮັບ​ໝາກຜົນ​ສຳຄັນ​ຈຳນວນ​ໜຶ່ງ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ,​ໄດ້​ກຳ​ເຕັກນິກຂໍ​ກະ​ແຈງ​ວດໜຶ່ງ,ອັນ​ໄດ້​ສະໜອງ​ການ​ຄ້ຳ​ຊູ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ຊຸກ​ຍູ້​ເສດຖະກິດ​ພັດທະນາ​ແລະ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊ

າຊົນ.

ໃນ​ດ້ານ​ຄົ້ນຄວ້າ​ຄອມ​ພິວ​ເຕີ​ທີ່​ມີ​ສັບພະ​ຄຸນ​ສູງ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ3​ທີ່​ສາ​ມາດ​ຜະ​ລິດ​ແລະ​ນຳ​ໃຊ້​ຄອມ​ພິ​ວ​ເຕີ​ທີ່​ມີ​ສັບພະ​ຄຸນ​ສູງ​ໃຊ້​ໃນ​ທາງ​ທຸ​ລະ​ກິດ​ລະ​ດັບ​ຄິດ​ໄລ່1​ໝື່ນ​ຕື້​ເທື່ອ​ຕໍ່​ວິ​ນາ​ທີ,​ເຊິ່ງ​ພຽງ​ຖັດ​ຈາກ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ.​ຈີນ​ຍັງ​ໄດ້​ເຂົ້າ​ຮ່ວມ​ແຜນ​ການ​ສາ​ກົນ​ກ່ຽວ​ກັບ​ໝວດ​ແຊນ​ມະ​ນຸດ​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ພຽງ​ດຽວ,​ໄດ້​ກຳ​ເຕັກ​ນິກ​ກວດ​ກາ​ການ​ລຽງ​ລຳ​ດັບ​ໝວດ​ແຊນ​ມະ​ນຸດ​ຂະ​ໜາດ​ໃຫຍ່.

ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ນິກ​ກະ​ສິ​ກຳ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ຈີນ​ໄດ້​ບົ່ມ​ເພາະ​ແນວ​ພັນ​ກະ​ສິ​ກຳ​ ໃໝ່800​ກວ່າ​ແນວ,​ກຳ​ເຕັກ​ນິກ​150​ກວ່າ​ລາຍ​ທີ່​ສ້າງ​ສະ​ມັດ​ຖະ​ພາບ​ຜະ​ລິດ​ທັນ​ຍາ​ຫານ​ສູງ​ແລະ​ຄຸນ​ນະພາ​ບດີ.ນັບ​ລວມ​ແລ້ວ,​ຜົນ​ຜະ​ລິດ​ທັນ​ຍາ​ຫານ​ໄດ້​ເພີ່ມ​ຂຶ້ນ​20​ລ້ານ​ກວ່າ​ໂຕນ.

ນອກ​ນີ້,ການ​ຄົ້ນຄວ້າ​ວັກ​ແຊງ​ພະຍາດ​ເອດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ທົດ​ລອງ​ປິ່ນປົວ​ຄົນ​ເຈັບ.​ຈີນ​ໄດ້​ຄົ້ນຄວ້າ​ຜະລິດ​ວັກ​ແຊງ​ໄຂ້​ຫວັດ​ສັດ​ປີກ​ສຳ​ລັບ​ສັດ​ແລະ​ສຳລັບ​ຄົນ,​ໄດ້​ປະ​ກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ທົ່ວ​ໂລກ.