ກ່ຳປັ່ນເສຍລົງເດີນທາງຮອດສະຖານີຊາງເຊີງຂົ້ວໂລກໃຕ້
cri

ຕາມຂ່າວສານຊິ່ນຮວາ: ຜ່ານການເດີນເຮືອ 4000 ກວ່າໄມທະເລເປັນເວລາ 13 ວັນ, ວັນທີ 5 ມັງກອນນີ້, ກ່ຳປັ່ນເສຍລົງເຊິ່ງເປັນເຮືອສຳຫຼວດວິທະຍາສາດຂອງຈີນໄດ້ເດີນທາງໄປຮອດສະຖານີຊາງເຊີງຂົ້ວໂລກໃຕ້.
ກ່ຳປັ່ນເສຍລົງໄດ້ບັນຈຸວັດສະດຸຕ່າງໆເກືອບ 1500 ໂຕນ, ວັນທີ 23 ທັນວາປີກາຍນີ້, ເລີ່ມເດີນທາງຈາກສະຖານີຈົ່ງຊ່ານຂົ້ວໂລກໃຕ້ຂອງຈີນໄປສູ່ສະຖານີຊາງເຊີງ, ປະຕິບັດໜ້າທີ່ສຳຫຼວດວິທະຍາສາດແລະລຳລຽງຂົນສົ່ງ, ການເດີນເຮືອສະດວກຫຼາຍ.
ສະຖານີຊາງເຊີງຕັ້ງຢູ່ເກາະຄິງຈອຈ(KING GEORGE ISLAND)ພາກຕາເວັນຕົກຂອງຂົ້ວໂລກໃຕ້, ແມ່ນສະຖານີສຳຫຼວດວິທະຍາສາດປະຈຳແຫ່ງທຳອິດທີ່ຈີນສ້າງຢູ່ຂົ້ວໂລກໃຕ້.
1 2 3 4
|
|