ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-08 16:14:16    
ຈີນ​ຈະ​ຮັບປະກັນ​ຄວາມ​ປອດ​ໄພຂອງ​ອາຫານ​ໃນ​ໄລຍະງານ​ກິລາ​ໂອ​ລິ​ມປິກ

cri Author: cai
ຕາມ​ຂ່າວCRI:​ໂດຍ​ແນ​​ໃສ່​​​ແກ້​ໄຂບັນຫາ​ສະໜອງ​ອາຫານ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008,ວັນ​ທີ 8 ມັງກອນ​ນີ້,ຢູ່​ປັກ​ກິ່ງ,ທ່ານ​​ເກົ່າ​ຮົງ​ປີ່​ນ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ,​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ,ອາຫານ​ສຳລັບ​ນັກ​ກິລາສ່ວນ​ຫຼາຍແມ່ນຈີນ​ສະໜອງ,ກະຊວງ​ກະສິກຳ​ຈີນ​ຈະ​ໃຊ້​ມາດ​ຕະການ​ເພື່ອ​ຮັບ​ປະກັນ​ຄວາມ​ປອດ​ໄພ​ການສະ​ໜອງ​ອາຫານ​ໃນ​ງານ​ກິລາ​ໂອ​ລິ​ມປິກ.

ມື້​ດຽວ​ກັນ,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ຈັດ​ຂຶ້ນ,ທ່ານ​ເກົ່າ​ຮົງ​ປີ່​ນກ່າວ​ວ່າ,ກະຊວງ​ກະສິກຳ​ຈະ​ຮ່ວມກັບ 13 ອົງການປົກຄອງ​ຂັ້ນ​​ແຂວງ​ເຊັ່ນ​ປັກ​ກິ່ງ​ເປັນ​ຕົ້ນ​ຈັດ​ຕັ້ງ​ປະຕິບັດ​ການຮັບປະກັນ​ຄວາມ​ປອດ​ໄພຂອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພຂອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ​ໃນ​ໄລຍະງານ​ກິລາ​ໂອ​ລິ​ມປິກ.ທ່ານ​ເກົ່າ​ຮົງ​ປີ່​ນກ່າວ​ວ່າ,ຈີນ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ສະໜອງ​ອາຫານ​ງານ​ກິລາ​​ໂອ​ລິ​ມປິກ​ໂດຍ​ສະ​ເພາະ,ບໍ່​ພຽງ​ແຕ່​ຮັບປະກັນ​ຄວາມ​ປອດ​ໄພ​ອາຫານ​ຂອງ​ນັກ​ກິລາ​ແລະ​ກຳມະການ​ທີ່​ເຂົ້າຮ່ວມ​ງານ​ກິລາ​​ໂອ​ລິ​ມປິກ​ເທົ່າ​ນັ້ນ,ຍັງ​ຈະ​ຮັບປະກັນປະລິມານ ຄຸນ​ນະພາ​ບ ຄວາມ​ປອດ​ໄພ​ແລະການ​ມີ​ຜະລິດ​ຕະພັນ​ກະສິກຳ​ໃນ​ຕະຫຼາດປັກ​ກິ່ງຢ່າງ​ຫຼາກ​ຫຼາຍ.

ທ່ານ​ເກົ່າ​ຮົງ​ປີ່​ນກ່າວ​ວ່າ,ພາກ​ສ່ວນ​ກະສິກຳ​ຈີນ​ຈະ​ຖື​ງານ​ກິລາ​ໂອ​ລິມປິກ​ເປັນ​ໂອກາດ,ຍົກ​ລະດັບ​ຄວາມ​ປອດ​ໄພ​ດ້ານຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ​ທົ່ວ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ຍາວ​ນານ​ແລະຕໍ່​ເນື່ອງ,ເພື່ອຮັບປະກັນ​ສຸຂະພາບ​ຂອງ​ປະຊາຊົນ.