ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-08 17:19:18    
ຊ່ຽວ​ຊານ​ຈີນ​ສອງ​ຄົນ​ໄດ້​ຮັບ​ລາງ​ວັນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ​ສຸດ​ຂອງ​ຈີນ

cri
ຕາມ​ຂ່າວ cri:ວັນ​ທີ 8 ມັງກອນ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ມອບ​ລາງວັນ​ວິທະຍາສາດ​ເຕັກນິກ​ສູງ​ສຸດລະດັບຊາດ​ປະຈຳ​ປີ2007 ​ໃຫ້​ແກ່​ທ່ານ​ຫມິນ​ເອິ່ນ​ເຈີ ຊ່ຽວຊານອຸດສາຫະກຳ​​ເຄມີນ້ຳມັນ​ເຊື້ອ​ໄຟ​​ທ່ານ​ອູ​ເຈິ່ງອີ້ ຊ່ຽວຊານ​ດ້ານ​ພຶກສາສາດ.

ທ່ານ​ຫມິນ​ເອີ່​ນເຈີ​ທີ່​ປີ​ນີ້​ອາຍຸ 84 ປີ​​ໄດ້​ຮັບນາມມະ​ຍົດ​ເປັນ​ຜູ່​ສ້າງ​ພື້ນຖານ​ໃຫ້​ແກ່​ວິທະຍາສາດ​ຢາເລັ່ງ​ໃນ​ເວລາ​ກັ່ນ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ຈີນ,​ໃນ​ຫລາຍ​ປີ​ມາ​ນີ້,ທ່ານ​ໄດ້​ຄົ້ນຄວ້າ​ຜະລິດ​ຢາ​ເລັ່ງ​ທີ່​ຕ້ອງໃຊ້​ໃນ​ການ​ຜະລິດ​ນ້ຳ​ມັນ​ເຊື້ອ​ໄຟ​ສຳລັບ​​ເຮືອບິນ,ຢາ​ເລ່ງ​ທີ່​ໃຊ້​ໃນ​ການ​ປຸງ​ແຕ່ງ​ນ້ຳມັນ​ຫນັກ,​ແລະ​ ຢາ​ເລັ່ງ​ຊະນິດ​ໃຫມ່​ຫລາຍຢ່າງ, ຫມາກຜົນ​ວິທະຍາສາດ​ເຫລົ່າ​ນີ້​ມີ​ຄວາມ​ຫມາຍ​ຍຸດ​ທະ​ສາດ​ສຳຄັນ​ໃນ​ດ້ານ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ຂອງ​ປະ​ເທດ ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ.

ທ່ານ​ອູ​ເຈິ່ງ​ອີ້ ປີ​ນີ້​ອາຍຸ 92 ປີ​ມີ​ຊື່​ສຽງ​​ໂດງ​ດັງ​ໃນ​ຂົງ​ເຂດພຶກສາສາດ​ໃນ​​ໂລກ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ ທ່ານ​ໄດ້​ທຸ່ມ​ເທ​ເຫື່ອ​ແຮງ​ສະຕິ​ປັນຍາຄົ້ນຄວ້າ​ພືດ​ຊະນິດ​ຕ່າງໆ​ຂອງ​ອາຊີ​ຕາ​ເວັນ​ອອກ​​ໂດຍ​ເອົາພືດ​ຂອງ​ຈີນ​ເປັນຫລັກ,​ໄດ້​ຮຽບຮຽງ​ແລະ​ແຕ່ງວິທະຍາ​ນິພົນ​ທີ່​ມີຄຸນຄ່າປະ​ເສີດ​ຢ່າງ​ຫລວງຫລາຍ,​ໄດ້​ປະກອບສ່ວນອັນ​ມະຫາສານ​ໃຫ້​ມະນຸດ​ຮູ້​ຈັກທຳ​ມະ​ຊາດ,​ເຮັດ​ໃຫ້​ມະນຸດ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ເປັນ​ມິດ.