|
 |
(GMT+08:00)
2008-01-09 16:40:11
|
 |
ງານຕະຫຼາດນັດຊື້ຂາຍລິຂະສິດຈີນຄັ້ງທີ3ຈັດຂຶ້ນຢູ່ປັກກິ່ງ
cri
Author: da
ຕາມຂ່າວCRI: ງານຕະຫຼາດນັດຊື້ຂາຍລິຂະສິດຈີນຄັ້ງທີ3ທີ່ຈັດໂດຍບໍລິສັດຕົວແທນລິຂະສິດຈີນໄດ້ຈັດຂຶ້ນຢູ່ປັກກິ່ງແຕ່ວັນທີ9ຮອດວັນທີ11ມັງກອນນີ້.
ງານຕະຫຼາດນັດດັ່ງກ່າວມີຫົວຂໍ້ວ່າ"ການຄ້າລິຂະສິດ:ຊ່ວຍຊຸກຍູ້ການພັດທະນາອຸດສາຫະກຳພິມຈຳໜ່າຍໃຫ້ຈະເລີນຮຸ່ງເຮືອງ",ໂດຍມີການເຕົ້າໂຮມປື້ມປະເພດຕ່າງໆ200ກວ່າເຫຼັ້ມ,ຈັດກິດຈະກຳຕ່າງໆຄື ແນະນຳບົດປະພັນທີ່ດີ ຊື້ຂາຍແລະເຊັນສັນຍາກ່ຽວກັບລິຂະສິດ ງານສຳມະນາກ່ຽວກັບລິຂະສິດ ແລະງານໂຄສະນາປຶ້ມໃໝ່ເປັນຕົ້ນ. ເຈົ້າໜ້າທີ່ຂອງກົມການໜັງສືພິມແລະພິມຈຳໜ່າຍຂອງຈີນ ກົມລິຂະສິດແຫ່ງຊາດຈີນ ແລະຫ້ອງວ່າການຖະແຫຼງຂ່າວຂອງລັດຖະບານຈີນເປັນຕົ້ນຈະກ່າວປາຖະກະຖາກ່ຽວກັບການເພີ່ມທະວີການຄ້າລິຂະສິດແລະການຮ່ວມມືທາງລິຂະສິດກັບຕ່າງປະເທດເປັນຕົ້ນ.
ໃນງານຕະຫຼາດນັດດັ່ງກ່າວ,ສູນປົກປ້ອງລິຂະສິດຈີນບໍລິສັດຕົວແທນລິຂະສິດຈີນແລະຫົວໜ່ວຍອື່ນໆຈະເຊັນສັນຍາຮ່ວມມືກັບອົງການທີ່ກ່ຽວຂ້ອງຂອງຣັດເຊຍແລະຍິ່ປຸ່ນ.
|
|
|