ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-10 10:44:15    
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ສະ​ມາ​ຄົມ​ຈີນ-ອາ​ຊຽນ​ແລະ​ງານ​ລ້ຽງ​ສະ​ຫຼອງ​ປີ​ໃໝ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ9​ມັງກອນ​ນີ້,ຢູ່​ທີ່​ປັກ​ກິ່ງ,ສະມາຄົມ​ຈີນ-ອາ​ຊຽນ​ໄດ້​ຈັດກອງ​ປະຊຸມ​ຄັ້ງ​ທີ5​ຂອງ​ຄະນະກຳມະການ​ຊຸດທຳ​ອິດ​ຂອງ​ສະມາຄົມ​ດັ່ງກ່າວ​ແລະ​ງານ​ລ້ຽງ​ສະ​ຫຼອງ​ປີ​ໃໝ່.ທ່ານ​ນາງ​ກູ້​ຊິ້ວລຽນ ປະທານ​ສະມາຄົມ​ຈີນ-ອາຊຽນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ດັ່ງ​ກ່າວ.

ນາງ​ກູ້​ຊິ້ວລຽນ​ກ່າວ​ວ່າ,ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ.​ໃນ​ປີໜຶ່ງຜ່ານ​ມາ,ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງຂຶ້ນ​ຕື່ມ,ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກໍ​ຫຼາຍ ​ກວ່າ​ເກົ່າ.

ທ່ານ​ຊູ​ດຼັດ ຈັດ ​ເອກ​ອັກຄະ​ລັດ​ຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ກ່າວ​ວ່າ,​ອາ​ຊີ​ອາຄະ​ເນ​ກັບ​ປະຊາ​ຊົນ​ຈີນ​ມີ​ການ​ພົວ​ພັນ​ທີ່​ໝັ້ນ​ຄົງ​ເປັນ​ເວ​ລາ​ຫຼາຍ​ສະ​ຕະ​ວັດ,​ຫວັງ​ວ່າ​ການ​ພົວ​ພັນ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ກ້າວ​ໄປ​ສູ່​ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ທູຕາ​ນຸທູດ​ຂອງ​ປະ​ເທດ​ອາ​ຊຽນ​ປະຈຳ​ຈີນ​ເຊັ່ນ ລາວ ອິນ​ໂດ​ເນ​ເຊຍ ກຳ​ປູ​ເຈຍ ຫວຽດ​ນາມ​ແລະ​ໄທ​​​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ສະຫຼອງ​ປີ​ໃໝ່.

ສະມາຄົມ​ຈີນ-ອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ​3​ສິງ​ຫາ​ປີ​2004,​ມີ​ຈຸດ​ປະ​ສົງ​ໃຊ້​ຮູບ​ການ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ປະ​ຊາ​ຊົນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ອາ​ຊຽນ.