ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-12 19:56:03    
ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຂອງ​ການ​ໄດ້​ປຽບ​ດ້ານ​ການ​ຄ້າ​ຈີນ​​ໃນ​ປີ​ກາຍ​ຊ້າ​ລົງ

cri
ຕາມ​ຂ່າວສານ​ຊິນ​ຮວາ:ຂໍ້​ມູນ​ທີ່​ກົມ​ໃຫຍ່​​ພາສີ​ຈີນ​ປະກາດ​ໃນ​ວັນ​ທີ   11 ມັງກອນນີ້​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ,ທ່າ​ອ່ຽງ​ທີ່ການ​ໄດ້​ປຽນ​ດ້ານການ​ຄ້າຂອງຈີນ​ໃນ​ປີ​ກາຍ​ໄດ້ຊ້າລົງ

ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,ປິ2006,ຈີນ​ໄດ້​ປຽບດ້ານການ​ຄ້າມີ​ມູນ​ຄ່າ177 ຕື້ 400 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່​າ​ໄລຍະດຽວ​ກັນຂອງ​ປີ​2005 74%,ປີ 2007,ມູນ​ຄ່າ​ການ​ຄ້າ​ທີ່​ໄດ້​ປຽບດ້ານການ​ຄ້າ 262 ຕື້ 200 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ໄລຍະດຽວ​ກັນ​ຂອງ​ປີ​2006 47% ຂື້ນ​ໄປ, ການ​ໄດ້​ປຽບ​ດ້ານ​ການ​ຄ້ານັ້ນ​ໄດ້​ເພີ່ມ​ຂຶ້ນ​ຊ້​າກວ່າເກົ່າ,​ໃນ​ໄຕ​ມາດ​ທີ​ 4 ຂອງ​ປີ 2007,ຫນ້າ​ພຽງ​ເພີ່ມ​ຂຶ້ນ​ຂອງ​ຂາ​ອອກ​ໄດ້​ຫຼຸດ​ຫນ້​ອຍ ລົງ, ​ຂາ​ເຂົ້າ​ໄດ້​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.

ເພື່ອ​ລະ​ງັບການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄ​ວຂອງ​ການ​ໄດ້​ປຽບດ້ານ​ການ​ຄ້າ​,ລັດ​ຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຫຼາຍ​ລາຍ​ເຊິ່ງລວມ ທັງການ​ຫຼຸດ​ການສົ່ງ​ຄືນ​ພາສີ​ຂາ​ອອກ​​ໃຫ້ຫນ້ອຍ​ລົງ​ແລະ​ຈຳກັດ​ການ​ຜະລິດ​ຜະລິດ​ຕະພັນ​ທີ່​ສິ້ນເປືອງພະລັງ ງານ​ຢ່າງ​ຫຼວງຫຼາຍ.ບົດ​ລາຍ​ງານ​ຂອງ​ດ່ານ​ພາສີ​ໄດ້​ຂຽນ​ວ່າ,​ເລື່ອງ​ຈິງ​ໄດ້ຢືນ​ຢັນ ວ່າ​ນະ​ໂຍບາຍຂອງລັດຖະບານ​ຈີນ​​ໄດ້​ເລີ່​ມມີ​ປະສິດທິ​ຜົນ​ແລ້ວ.