ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-13 16:42:54    
ຈີນ​ຈະ​ເລັ່ງລັດ​ສ້າງ​ລະບົບ​ຂົນ​ສົ່ງ​ສັງ​ລວມ​​ແບບ​ທັນ​ສະ​ໄໝ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານ​ເຈິ່ງ​ເຜີຍ​ຢຽນ ຮອງ​ນາຍົກລັດຖະມົນຕີຈີນ​ຮຽກຮ້ອງ​ໃຫ້​ພາກສ່ວນ​ຕ່າງໆ​ເຊັ່ນ​ທາງ​ລົດ​ໄຟ ຄົມມະນາຄົມ ​ແລະການ​ບິນ​ພົນລະ​ເຮືອນ​​ເພີ່ມ​ທະວີ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ປະດິດ​ສ້າງ​ດ້ວຍຕົນ​ເອງ, ​ເລັ່ງລັດ​ສ້າງ​ລະບົບ​ຂົນ​ສົ່ງ​ສັງ​ລວມ​ແບບ​ທັນ​ສະ​ໄໝ.

ທ່ານ​ເຈິ່ງ​ເຜີຍ​ຢຽນຊີ້​ອອກ​ວ່າ, ​ໃນ 5 ປີຜ່ານມາ, ວຽກງານ​ດ້ານ​ຕ່າງໆ​ຂອງ​ຂະ​ແໜງ​ການທາງ​ລົດ​ໄຟ​ຈີນ​ໄດ້​ຮັບ​ໝາກ​ຜົນ​ເດັ່ນ​ຊັດ; ຂະ​ແໜງ​ການ​ຄົມ​ມະ​ນາ​ຄົມ​ໄດ້​ສຳ​ເລັດ​ໜ້າ​ທີ່​ຕ່າງໆ​ໃນ​ການວາງ​ແຜນ​ພັດທະນາ​ຄົມມະນາຄົມ, ການ​ກໍ່ສ້າງ​ໂຄງການ​ຈຸດ​ໜັກ, ທາງຫຼວງຊົນນະບົດ, ການ​ບໍລິການ​ຂົນ​ສົ່ງ, ການ​ຕິດຕາມ​ກວດກາ​ຄວາມ​ປອດ​ໄພ, ​ການ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ; ການ​ຂົນ​ສົ່ງ​ດ້ານ​ການບິນ​ພົນລະ​ເຮືອນ​ກໍ່​ໄດ້​ສ້າງ​ສະຖິຕິ​ດ້ານ​ການບິນຢ່າງ​ປອດ​ໄພ. ທ່ານ​ຮຽກຮ້ອງ​ໃຫ້​ຂະ​ແໜງ​ການ​ທາງ​ລົດ​ໄຟ ຄົມມະນາຄົມ ​ແລະ​ການບິນ​ພົນລະ​ເຮືອນ​ເລັ່ງລັດ​ສ້າງ​ລະບົບ​ຂົນ​ສົ່ງ​ສັງ​ລວມ​ແບບ​ທັນ​ສະ​ໄໝ, ປະກອບສ່ວນ​ໃໝ່​ເຂົ້າ​ໃນ​ການ​ບັນລຸ​ເປົ້າໝາຍ​ສູ້​ຊົນ​ທີ່​ສ້າງ​ສັງຄົມ​ອິ່ມຫນຳສຳ​ລານ​ໃນ​ລະດັບ​ກາງ​ຢ່າງຮອບດ້ານ.

ວັນ​ທີ 7 ກຸມພາ​ນີ້ແມ່ນ​ບຸນກຸດ​ຈີນ ບຸນ​ປະ​ເພນີ​ຂອງ​ຈີນ. ທ່ານ​ເຈິ່ງ​ເຜີຍ​ຢຽນຮຽກຮ້ອງ​ໃຫ້​ອົງການ​ປົກຄອງ​ຂັ້ນຕ່າງໆ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງອອກ​ແຮງ​ສຸດ​ຂີດ​ເຮັດ​ວຽກ​ການ​ຂົນ​ສົ່ງ​ໃນ​​ໄລຍະ​ບຸນ​ກຸດ​ຈີນ​ໃຫ້​ດີ, ຮັບປະກັນ​​ໃຫ້ປະຊາຊົນ​ອອກ​ເດີນທາງ​ຢ່າງ​ປອດ​ໄພ​ແລະ​ສະດວກ​ໃນ​ຍາມ​ກຸດ​ຈີນ.