ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-13 18:04:01    
ທາງ​ລົດ​ໄຟ​ດ່ວນ​ປັກ​ກິ່ງ​ຫາ​ຊຽງ​ໄຮ້​ຈີນ​ຈະ​ລົງ​ມື​ກໍ່​ສ້າງ​ກ່ອນ​ບຸນ​ກຸດ​ຈີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​​ໂຄງການ​ທາງ​ລົດ​ໄຟ​ດ່ວນ​ປັກ​ກິ່ງ​ຫາ​ຊຽງ​ໄຮ້ ​ເຊິ່ງ​ເປັນ​ທາງ​ລົດ​ໄຟ​ດ່ວນ​ທີ່​ມີ​ລະດັບ​ກ້າວໜ້າ​ຂອງໂລກ​ສາຍ​ທຳ​ອິດ​ຂອງ​ຈີນ​ຈະ​ລົງມື​ກໍ່ສ້າງ​ກ່ອນ​ບຸນ​ກຸດ​ຈີນຄື​ວັນ​ທີ 7 ກຸມພາ, ຮອດ​ເດືອນພຶດສະພາປີ​ນີ້ຈະ​ລົງມື​ກໍ່ສ້າງ​ຮອບດ້ານ.

ທ່ານວາງ​ຕົ່ງ​ມິ​ງ ຫົວໜ້າ​ໜ່ວຍ​ປະສານງານ​ຂອງ​ຫ້ອງການ​ໜ່ວຍ​ນຳພາ​ທາງ​ລົດ​ໄຟ​ດ່ວນ​ປັກ​ກິ່ງ​ຊຽງ​ໄຮ້​ຂອງ​ລັດຖະບານ​ຈີນ​​ໄດ້ເຜີຍ​ໃຫ້​ຮ້ຂ່າວ​ດັ່ງກ່າວູ​ຢູ່​ເມືອງ​ເຫີ​ເຝີຍ​ແຂວງ​ອ່ານ​ຮຸ່ຍ ພາກ​ກາງຂອງ​ຈີນ​ໃນ​ວັນ​ທີ 12 ມັງກອນ​ນີ້.

ທາງ​ລົດ​ໄຟ​ດ່ວນ​ປັກ​ກິ່ງ​ຊຽງ​ໄຮ້​ແມ່ນ​​ໂຄງການ​ໜຶ່ງ​ທີ່​ລົງທຶນຫຼາຍກວ່າ​ໝູ່​ແລະ​ມີ​ເຕັກນິກ​ສູງ​ກວ່າ​ໝູ່​ໃນ​"ແຜນການ​ຕາໜ່າງທາງ​ລົດ​ໄຟ​ໄລຍະ​ກາງ​ໄລຍະ​ຍາວ"ຂອງ​ຈີນ. ​ທາງ​ລົດ​ໄຟ​ສາຍ​ນີ້​ຍາວ 1318 ກິ​ໂລ​ແມັດ, ​ໄປ​ຮຽງ​ກັນ​ກັບ​ທາງ​ລົດ​​ໄຟ​ປັກ​ກິ່ງ​ຊຽງ​ໄຮ້​ທີ່​ມີ​ຢູ່​ໃນ​ປັດຈຸບັນ, ສາຍ​ນີ້​ແມ່ນ​ສາຍ​ຄູ່​ທີ່​ສ້າງ​ໃໝ່​ໝົດ, ຄວາມ​ໄວ​ໃນ​ການ​ອອກ​ແບບ​ແມ່ນ 350 ກິ​ໂລ​ແມັດ​ຕໍ່ຊົ່ວ​ໂມງ. ​ຄາດ​ວ່າ,​ໂຄງການ​ນີ້​ ​ຈະ​ໃຊ້​ເວລາ​ປະມານ 5 ປີ​ສ້າງ​ສຳ​ເລັດ.