ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-13 19:06:05    
ປະ​ທານ​ສະ​ພາ​ຕ່ຳ​ຟີ​ລິບ​ປິນ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແຂວງ​ກຸ້ຍ​ໂຈ່​ວຂອງ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ13​ມັງກອນ​ນີ້,ທ່ານ​​ໂຈ​ສ​ ເດ​ ເວ​ເນ​ຊີ​ອາ ປະທານ​ສະພາ​ຕ່ຳ​ຟີ​ລິບ​ປິນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີຢ່າງ​ເປັນ​ທາງ​ການ​ເປັນ​ເວລາ3​ວັນ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ແລ້ວ​ເດີນທາງ​ໄປ​ນະຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ.

ໃນ​ໄລຍະ​ຢ້ຽມຢາມ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ, ທ່ານ​ໂຈ​ສ ​ເດ ເວ​ເນ​ຊີ​ອາ ​ກັບ​ທ່ານ​ສື​ຈົ່ງ​ຢວນ ​ເລຂາ​ຄະນະ​ພັກ​ ແຂວງ​ກຸ້ຍ​ໂຈ່​ວ ປະທານ​ຄະນະ​ກຳ​ມະ​ການ​ສະພາ​ປະ​ຊາ​ຊົນ​ແຂວງ​ກຸ້ຍ​ໂຈ່​ວ​ໄດ້​ຈັດການ​ເຈລະຈາ​ກັນ​ໃນ​ທ່າມກາງ​ບັນ​ຍາ​ກາດ​ໄມ​ຕີ​ຈິດ,​ທ່ານ​ທັງ​ສອງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ມິດຕະພາບ​ລະຫວ່າງ​ຟີ​ລິບ​ປິນ​ກັບ​ແຂວງ​ກຸ້ຍ​ໂຈ່​ວ​ພ້ອມ​ດ້ວຍ​ການ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຕື່ມ​ອີກ​.

ທ່ານ ໂຈ​ສ ​ເດ ​ເວ​ເນ​ຊີ​ອາ ​ແມ່ນ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​ອູ​ປ່າງ​ໂກວ ປະ​ທານ​ຄະນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,​ຢ້ຽມ​ຢາມ​ຈີນ​ຢ່າງ​ມີ​ໄມ​ຕີ​ຈິດ​ຢ່າງ​ເປັນ​ທາງ​ການ​ເລີ່​ມ​ແຕ່​ວັນ​ທີ8​ມັງ​ກອນ​ນີ້​ເປັນ​ຕົ້ນ​ມາ.​ການ​ຢ້ຽມ​ຢາມ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ​16​ມັງ​ກອນ​ນີ້.