|
 |
(GMT+08:00)
2008-01-14 16:10:22
|
 |
ກອງປະຊຸມປຶກສາຫາລືຊາວໜຸ່ມຈີນຂອງອະນຸພາກພື້ນແມ່ນ້ຳຂອງຈັດຂຶ້ນຢູ່ຄຸນມິງ
cri
Author: MO
ຕາມຂ່າວສານຈີນ: ອີງຕາມແຜນການຂອງທະນາຄານພັດທະນາອາຊີຫຼືADB, ວັນທີ 13 ມັງກອນນີ້, ກອງປະຊຸມປຶກສາຫາລືຊາວໜຸ່ມຈີນຂອງອະນຸພາກພື້ນແມ່ນ້ຳຂອງທີ່ສະຫະພັນຊາວໜຸ່ມທົ່ວປະເທດຈີນເປັນເຈົ້າພາບນັ້ນໄດ້ຈັດຂຶ້ນຢູ່ຄຸນມິງແຂວງຢຸນນານຂອງຈີນ.
ຜູ້ແທນຊາວໜຸ່ມທີ່ມາຈາກກະຊວງການຕ່າງປະເທດ ກະຊວງຄົມມະນາຄົມ ກະຊວງອຸດສາຫະກຳຂໍ້ມູນຂ່າວສານ ສະຫະພັນຊາວໜຸ່ມທົ່ວປະເທດ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະແຂວງຢຸນນານ ພ້ອມດ້ວຍນັກສຶກສາໜຸ່ມປະມານ 50 ຄົນໄດ້ເຂົ້າຮ່ວມກອງປະຊຸມ. ໃນໄລຍະປະຊຸມ, ຜູ້ແທນທີ່ກ່ຽວຂ້ອງໄດ້ແນະນຳສະພາບການທີ່ຈີນເຂົ້າຮ່ວມການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ຜູ້ແທນທະນາຄານພັດທະນາອາຊີໄດ້ແນະນຳໂຄງການກ່ຽວກັບຈີນ, ຜູ້ແທນທີ່ຮ່ວມປະຊຸມໄດ້ແບ່ງເປັນຈຸຫາລືບັນຫາຕ່າງໆເຊັ່ນ ຊາວໜຸ່ມຈີນເຂົ້າຮ່ວມການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງແນວໃດ ແລະອື່ນໆ.
ຂ່າວແຈ້ງວ່າ, ຜູ້ຮັບຜິດຊອບວຽກງານຊາວໜຸ່ມຂອງ 6 ປະເທດເຊັ່ນ ຈີນ ຫວຽດນາມ ມຽນມາ ລາວ ກຳປູເຈຍແລະໄທໃນອະນຸພາກພື້ນແມ່ນ້ຳຂອງ ຈະຈັດກອງປະຊຸມປຶກສາຫາລືຊາວໜຸ່ມລະດັບຊາດຢູ່ປະເທດຂອງຕົນຕາມລຳດັບ. ການເຮັດແນວນີ້ແມ່ນເພື່ອສົມທົບເວທີປາໄສຊາວໜຸ່ມຂອງອະນຸພາກພື້ນແມ່ນ້ຳຂອງແລະກອງປະຊຸມຜູ້ນຳອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 3 ທີ່ຈະຈັດຂຶ້ນຢູ່ລາວໃນເດືອນມີນາປີນີ້.
|
|
|