ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-15 12:03:26    
ຈີນ​ອິນ​ເດຍ​ເຊັນ​ເອ​ກະ​ສານ​​ຮ່ວມ​ກັນ

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ: ວັນ​ທີ 14 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ຈີນ​ກັບ​ອິນ​ເດຍ​ໄດ້​ເຊັນ​ເອກະສານ"ຮ່ວມ​ກັນກ້າວ​ສູ່ສະຕະວັດ​ທີ 21 ຂອງ​ຈີນ​ອິນ​ເດຍ", ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ເດັດດ່ຽວ​ອອກ​ແຮງ​ແກ້​ໄຂ​ຄວາມ​ເຫັນທີ່​ຂັດ​​ແຍ່ງກັນ​ທີ່​ຄົງຄ້າງ​ຢູ່ເຊິ່ງລວມທັງ​ບັນຫາ​ຊາຍ​ແດນ​ໂດຍ​ຜ່ານ​ການ​ເຈລະຈາ​​ໂດຍ​ສັນຕິ, ພ້ອມ​ກັນນັ້ນ ກໍ່ຮັບປະກັນ​ບໍ່​ໃຫ້ຄວາມ​ເຫັນ​ຂັດ​ແຍ່ງ​ກັນ​ເຫຼົ່ານີ້​​ກະທົບ​ເຖິງ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝ່າຍຢ່າງຕັ້ງໜ້າ.

ສອງ​ຝ່າຍ​ກ່າວ​ຢໍ້າວ່າ, ຕັດສິນ​ໃຈ​ຖືເອົາ​ສັນ​ຍາ​ທີ່​ຕົກລົງ​ກັນ​ໃນ​ເດືອນ​ເມສາ​ປີ 2005 ​ເຊິ່ງກ່ຽວ​ກັບຫຼັກການ​ຊີ້​ນຳ​ດ້ານ​ການ​ເມືອງ​​ໃນ​ການ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ເປັນ​ພື້ນຖານ, ສະ​ແຫວ​ງຫາ​ວິທີ​ທີ່​ຍຸດຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​​ແລະ​ສອງ​ຝ່າຍ​ລ້ວນ​ແຕ່​ຮັບ​ເອົາ​ໄດ້​ນັ້ນມາ​ແກ້​ໄຂ​ບັນຫາ, ສ້າງ​ຊາຍ​ແດນ​ທີ່​ມີ​ສັນຕິພາບ​ແລະ​ມິດຕະພາບ.

ໃນ​ເອກະສານ, ຝ່າຍ​ອິນ​ເດຍກ່າວ​ວ່າ, ຈະ​ສືບ​ຕໍ່​ເຄົາລົບ​ນະ​ໂຍບາຍ​ຈີນ​ດຽວ, ຄັດຄ້ານ​ການ​ເຄື່ອນ​ໄຫວ​ໃດໆ​ທີ່​ຝ່າ​ຝື​ນຫຼັກການ​ຈີນ​ດຽວ​. ​ຈີນ​ຊົມ​ເຊີຍຫຼັກໝັ້ນຂອງ​ອິນ​ເດຍ. ອິນ​ເດຍກ່າວ​ຢ້ຳຄວາມ​ປາຖະໜາ​ທີ່​ຢາກ​ເປັນ​ປະ​ເທດສະມາຊິກຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ. ຝ່າຍ​ຈີນ​ສະ​ແດງ​ຄວາມ​ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ຄວາມ​ປາຖະໜາ​ຂອງ​ອິນ​ເດຍທີ່​ເສີມ​ຂະຫຍາຍ​ບົດບາດຫຼາຍກວ່າ​ເກົ່າ​ໃນ​ສະຫະ​ປະຊາ​ຊາດ ກໍ່​ຄື​ສະພາ​ຄວາມໝັ້ນຄົງ. ຈີນ​ອິນ​ເດຍຍັງ​ກ່າວ​ວ່າ, ການ​ພົວພັນ​ຈີນ​ອິນ​ເດຍບໍ່​ກະທົບປະ​ເທດ​ທີ​ສາມ, ​ແລະກໍ່​ບໍ່​ກະທົບ​ເຖິງ​ການ​ພົວພັນ​ມິດຕະພາບຂອງ​ຕົນ​ກັບ​ປະ​ເທດ​ອື່ນ.