ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-15 18:14:15    
ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ທ່ານ​ກໍ​ເດີນ ບຼາວ​ຢ້ຽມ​ຢາມ​ຈີນ

cri Author: da
ຕາມ​ຂ່າວCRI: ວັນ​ທີ15ມັງກອນ​ນີ້ ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຈີນຂອງນາຍົກລັດຖະມົນຕີ​ກໍ​ເດີນ ບຼາວ.ຝ່າຍ​ຈີນ​ຍິນ​ດີ​ຖື​ການ​ຢ້ຽມຢາມ​ເທື່ອ​ນີ້​ເປັນ​ໂອກາດ,​ເພີ່ມ​ທະວີ​ການ​ສົນທະນາ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ,ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ອັງກິດ​ຂະຫຍາຍຕົວ​ຢ່າງ​ຍາວ​ນານ ປອດ​ໃສ​ແລະ​ໝັ້ນທ່ຽງ.

​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ເວີນ​ເຈຍປາວ ນາຍົກລັດຖະມົນຕີຈີນ,ທ່ານ​ກໍ​ເດີນ ບຼາວຈະ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ18ຮອດ​ວັນ​ທີ20ມັງກອນ​ນີ້.

ນາງ​ຈ່ຽງອີ​ກ່າວ​ວ່າ,ປະຈຸ​ບັນ ການ​ພົວພັນ​ຈີນ​ອັງກິດ​ມີ​ທ່າ​ຂະຫຍາຍ​ດີ,ສອງ​ປະ​ເທດ​ມີ​ການ​ແລກປ່ຽນ​ແລະ​ການປະສານ​ງານຢ່າງ​ແໜ້ນ​ແຟ້ນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ. ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ຕໍ່​ເນື່ອງ,​ໃນ​ຫຼາຍ​ປີ​ມາ​ນີ້ ອັງກິດ​ໄດ້​ຮັກສາຖານະ​ໃນ​ສະຫະພາບ​ເອີ​ລົບ​ທີ່​ເປັນ​ປະ​ເທດ​ລົງທຶນ​ຫຼາຍ​ກວ່າ​ໝູ່​ຢູ່ຈີນ​ໂດຍ​ຕະຫຼອດ,ປີ​ກາຍ​ນີ້ ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ​ອັງກິດ​ຈະ​ບັນ​ລຸ40ຕື້​ໂດ​ລາ.

ນາງ​ຍັງ​ກ່າວ​ວ່າ,​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ,ຈີນ​ແລະ​ອັງກິດຂະຫຍາຍ​ການ​ພົວພັນ​ສອງ​ຝ່າຍ​ຕື່ມ​ອີກ,ມີ​ຜົນ​ດີ​ຕໍ່​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ.