ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-16 15:35:08    
ພັກ​ກອມ​ມູ​ນິດ​ຈີນ​ຈະ​ເພີ່ມ​ທະ​ວີ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ສົ່ງ​ເສີມ​ຄວາມ​ປອດ​ໃສ​ຂາວ​ສະ​ອາດ

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ15​ມັງກອນ​ນີ້,​ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ເນັ້ນ​ວ່າ,​ພັກ​ກອມ​ມູ​ນິດ​ຈີນ​ຈະ​ເພີ່ມ​ທະ​ວີ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ສົ່ງ​ເສີມ​ຄວາມ​ປອດ​ໃສ​ຂາວ​ສະອາດ​ໂດຍ​ຖື​ການ​ປັບປຸງ​ກົນ​ໄກ​ລົງ​ໂທດ​ແລະ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ດີ​ຂຶ້ນ​ນັ້ນ​ເປັນ​ຈຸດ​ໜັກ.

ໃນ​ເວລາ​ກ່າວ​ຄຳ​ປາ​​ໄສ​ໃນ​ກອງ​ປະຊຸມ​ຂອງ​ຄະນະ​ກຳ​ມະ​ກາ​ກວດ​ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,​ທ່ານ​ຫູ​ຈິນ​ທາວ​ຊີ້​ອອກ​ວ່າ,​ໃນ​ພຶດຕິ​ກຳ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ສົ່ງ​ເສີມ​ຄວາມ​ປອດ​ໃສ​ຂາວ​ສະ​ອາດ,​ຕ້ອງ​ເລີ່ມ​ຈາກ​ສະ​ພາບ​ຕົວ​ຈິງ​ຂອງ​ຈີນ​,ຖອດ​ຖອນ​ເອົາ​ວິທີ​ທີ່​ໄດ້​ຮັບ​ຜົນ​ດີ​ຂອງ​ຕ່າງປະ​ເທດ,​ປະ​ດິດ​ສ້າງ​ແນວ​ຄວາມ​ຄິດຂອງ​ການ​ເຮັດ​ວຽກ,​ປ້ອງ​ກັນ​ແລະ​ລົງ​ໂທດ​ການ​ ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ແລະ​ບັງ​ເກີດ​ຜົນ​ກວ່າ​ເກົ່າ,​ຕ້ອງ​ກວດ​ກາ​ແລະ​ລົງ​ໂທດ​ຄະດີ​ລະ​ເມີດ​ວິ​ໄນ​ແລະ​ກົດ​ໝາຍ​ຢ່າງ​ເດັດ​ດ່ຽວ,​ລົງ​ໂທດ​ພວກ​ສໍ້​ລາດ​ບັງ​ຫຼວງ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ,​ແລະ​ກໍ່​ຕ້ອງ​​ເພີ່ມ​ຄວາມ​ແຮງ​ໃນ​ການ​ປ້ອງ​ກັນ,​ກຳ​ຈັດ​ແຫຼ່ງ​ກຳ​ເນີ​ດຂອງ​ການ​ສໍ້​ລາດ​ບັງ​ຫຼວງ,​ພະ​ຍາ​ຍາມ​ເຮັດ​ໃຫ້​ປະ​ກົດ​ການ​ສໍ້​ລາດ​ບັງ​ຫຼວງ​ມີ​ໜ້ອຍ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້,​ຕ້ອງ​ປະ​ສານ​ສົມ​ທົບ​ພາກ​ສ່ວນ​ຕ່າງໆ​ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ລວມ​ຂອງ​ການ​ຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງ​ແລະ​ສົ່ງ​ເສີມ​ຄວາມ​ປອດ​ໃສ​ຂາວ​ສະ​ອາດ.