ທ່ານຢາງເຈສືກ່າວວ່າການຄັດຄ້ານການເຄື່ອນໄຫວແບ່ງແຍກໄຕ້ຫວັນອອກຈາກຈີນໃຫ້ເປັນເອກະລາດຢ່າງເດັດດ່ຽວກວ່າເກົ່າແມ່ນສຳຄັນທີ່ສຸດຕໍ່ການພົວພັນຈີນອາເມລິກາ
cri
ຕາມຂ່າວສານຊິນຮວາ,ວັນທີ16ມັງກອນນີ້,ຢູ່ທີ່ປັກກິ່ງ,ໃນເວລາພົບປະກັບທ່ານຈອນ ດີ ເນໂກຼປອນເຕ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ,ທ່ານຢາງເຈສື ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນກ່າວວ່າ,ໃຕ້ສະຖານະການໃນປັດຈຸບັນ,ການຄັດຄ້ານເຈົ້າໜ້າທີ່ໄຕ້ຫວັນດຳເນີນການເຄື່ອນໄຫວແບ່ງແຍກໄຕ້ຫວັນອອກຈາກຈີນໃຫ້ເປັນເອກະລາດເຊັ່ນຈັດການຢັ່ງຫາງສຽງປະຊາຊົນເພື່ອເຂົ້າເປັນສະມາຊິກສະຫະປະຊາຊາດນັ້ນຢ່າງເດັດດ່ຽວກວ່າເກົ່າ,ເວົ້າສຳລັບການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນແລະການພົວພັນຈີນອາເມລິກາແລ້ວແມ່ນສຳຄັນທີ່ສຸດ.
ທ່ານຢ່າງເຈສືກ່າວວ່າ,ການພົວພັນຈີນອາເມລິກາໄດ້ຮັກສາທ່າອ່ຽງຂະຫຍາຍຕົວຢ່າງໝັ້ນທ່ຽງ,ໃນປີໃໝ່2008ນີ້,ສອງຝ່າຍຄວນສືບຕໍ່ເພີ່ມທະວີການໄປມາຫາສູ່ກັນແລະຮ່ວມມືກັນ,ເພີ່ມຄວາມເຂົ້າໃຈກັນແລະໄວ້ເນື້ອເຊື່ອໃຈກັນ,ຊຸກຍູ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງຈີນກັບອາເມລິກາໃຫ້ໄດ້ຮັບຄວາມຄືບໜ້າໃໝ່.
ທ່ານເນໂກຼປອນເຕໄດ້ກ່າວຢ້ຳຫຼັກໝັ້ນຂອງອາເມລິກາກ່ຽວກັບ"ການຢັ່ງຫາງສຽງປະຊາຊົນເພື່ອເຂົ້າເປັນສະມາຊິກສະຫະປະຊາຊາດ"ຂອງໄຕ້ຫວັນ.ທ່ານກ່າວວ່າ,ການພົວພັນອາເມລິກາຈີນແມ່ນສຳຄັນທີ່ສຸດ,ອາເມລິກາຄອງຄອຍຈະໄດ້ຮ່ວມກັບຈີນພະຍາຍາມຊຸກຍູ້ການພົວພັນລະຫວ່າງສອງປະເທດຕື່ມອີກ.
|
|