ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-17 12:25:08    
ຈີນ​ຈະ​ພະ​ຍາ​ຍາມ​ຍົກ​ສູງ​ລະ​ດັບ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ສະ​ພາ​ວະ​ສຸກ​ເສີນ​ທາງ​ສາ​ທາ​ລະ​ນະ​ສຸກ

cri Author: m
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ກ​ອງປະຊຸມ​ວຽກ​ງານ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີນ​ທາງ​ສາທາ​ລະນະ​ສຸກ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານຈິ່ງ ພາກຕາ​ເວັນ​ອອກ​ຂອງ​ຈີນ, ​ໃນ​ກອງ​ປະຊຸມ, ທ່ານ​ເຊີນ​ຈູ ລັດຖະມົນຕີ​ວ່າການ​ກະຊວງ​ສາທາ​ລະນະ​ສຸກ​ຈີນ​ກ່າວ​ວ່າ, ຈີນ​ຈະ​ພະຍາຍາມ​ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີນ​ທາງ​ສາທາ​ລະນະ​ສຸກ.

ທ່ານ​ເຊີນ​ຈູ​ຊີ້​ອອກ​ວ່າ, ວຽກ​ງານ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີ​ນທາງ​ສາທາລະນະ​ສຸກ​ແມ່ນ​ເນື້ອ​ໃນ​ອັນ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ສ້າງ​ສັງຄົມ, ຮັບປະກັນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແລະ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ. ​ແຫ່ງ​ຕ່າງໆ​ຕ້ອງ​ຍຶດໝັ້ນ​ຖື​ການ​ປ້ອງ​ກັນ​ເປັນ​ວຽກ​ງານ​ສຳຄັນ, ​ເຮັດ​ວຽກກະກຽມ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີນ​ທາງ​ສາທາລະນະ​ສຸກ​ໃຫ້​ດີ, ຖື​ຈີນຈັດ​ງານກິລາ​ໂອ​ລິ​ມປິກ​ເປັນ​ໂອກາດ, ສ້າງ​ກົນ​​ໄກ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີນ​ຕໍ່​ເຫດການ​ສາທາລະນະ​ສຸກ​ທີ່​ເກີດ​ຂຶ້ນ​ໃນ​ຢ່າງ​ກະທັນຫັນໃຫ້​ມີ​ປະສິດ​ທິພາບ, ຍົກ​ຄວາມ​ສາມາດ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີນ​ທາງ​ສາທາລະນະ​ສຸກ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​​ໂລກ​ດ້ານ​ການ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີນ​ທາງ​ສາທາລະນະ​ສຸກ, ສ້າງ​ກົນ​ໄກ​ແລກປ່ຽນຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ເຫດການ​ສາທາລະນະ​ສຸກ​ທີ່​ເກີດ​ຂຶ້ນ​ໃນ​ກະທັນຫັນ​ແລະ​ຮ່ວມ​ກັນ​ປ້ອງ​ກັນ​ຄຸ້ມ​ຄອງລະຫວ່າງ​ປະ​ເທດ​ແລະ​ເຂດ​ແຄ້ວ​ນຕ່າງໆ​ໃຫ້​ດີ.

ຂ່າວ​ແຈ້ງວ່າ, ປະຈຸ​ບັນ, ກະຊວງ​ສາທາ​ລະນະ​ສູງຈີນ​, ພະ​ແນກ​ສາທາ​ລະນະ​ສຸກ​ຂອງ​ແຂວງ​ສ່ວນ​ຫຼາຍ​ກໍ່​ໄດ້​ຕັ້ງ​ຫ້ອງການ​ຮັບ​ມື​ກັບ​ສະ​ພາ​ວະ​ສຸກ​ເສີນ​ດ້ານ​ສາທາ​ລະນະ​ສຸກ. ອົງການ​ສາທາ​ລະນະ​ສຸກ​ປິ່ນປົວ​ພະ​ຍາດ​ສ່ວນຫຼາຍ​ແລະ​ສູນປ້ອງ​ກັນຄຸ້ມ​ຄອງ​ພະຍາດ​ໝົດ​ທຸກ​​ແຫ່ງ​ກໍ່​ໄດ້​​ແຈ້ງ​ຂ່າວ​ກ່ຽວ​ກັບພະຍາດ​ຕິດ​ແປດ​ແລະ​ເຫດການ​ສາທາລະນະ​ສຸກ​ທີ່​ເກີດ​ຂຶ້ນ​ໃນ​ທັນທີ​ຂຶ້ນ​ອິນ​ເດີ​ເນັດ.