ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-17 17:28:26    
ຈີນ​ສ້າງ​ບ່ອນ​ຕິດ​ຕາມ​ຄຸ້ມ​ຄອງ​ລິ​ຂະ​ສິດ​ອິນ​ເທີ​ເນັດ​ເພື່ອ​ຕໍ່​ຕ້ານ​ການ​ລ່ວງ​ລະ​ເມີດ​ລິ​ຂະ​ສິດ​ທາງ​ອິນ​ເທີ​ເນັດ

cri
ຕາມ​ຂ່າວCRI,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​17​ມັງ​ກອນ​ນີ້,​ທ່ານ​ຢຽນ​ສ້ຽວ​ຫົງ ຮອງ​ຫົວ​ໜ້າ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ຈີນ​ກຳ​ລັງ​ສ້າງ​ບ່ອນ​ຕິດ​ຕາມ​ຄຸ້ມ​ຄອງ​ລິ​ຂະ​ສິດ​ອິນ​ເຕີ​ເນັດ,​ຄາດ​ວ່າ​ຈະ​ໃຊ້​ການ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ອິນ​ເທີ​ເນັດ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,​ປັດ​ຈຸ​ບັນ,​ຜູ່​ໃຊ້​ອິນ​ເທີ​ເນັດ​ຂອງ​ຈີນ​ໄດ້​ຫຼາຍ​ກວ່າ​200​ລ້ານ​ຄົນ.​ພ້ອມ​ດຽວ​ກັນ​ນັ້ນ,​ໃນ​ຂົງ​ເຂດ​ອິນ​ເທີ​ເນັດ​ກໍ່​ມີ​ບັນ​ຫາ​ການ​ລ່ວງ​ລະ​ເມີດ​ລິ​ຂະ​ສິດ​ທາງ​ອິນ​ເທີ​ເນັດ​ຢ່າງ​ໜັກ​ໜ່ວງ.

ທ່ານຢຽນສ້ຽວ​ຫົງ​ແຈ້ງ​ໃຫ້​ຊາບ​ວ່າ,​ໂຄງ​ການ​ໄລ​ຍະ​ທຳ​ອິດ​ຂອງ​ການ​ສ້າງ​ບ່ອນ​ຕິດ​ຕາມ​ຄຸ້ມ​ຄອງ​ລິ​ຂະ​ສິດ​ອິນ​ເທີ​ເນັດ​ຈະ​ລົງ​ທຶນ​8​ລ້ານ​ກວ່າ​ຢວນ,​ຈະ​ຊອກ​ຫາ​ແບບ​ອັດ​ຕະ​ໂນ​ມັດ​ຕໍ່​ດົນ​ຕີ,​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ທີ່​ມີ​ໃນ​ເວັບ​ໄຊ​ຕ່າງໆ​ຂອງ​ຈີນ.​ເມື່ອ​ຊອກ​ພົບ​ຜົນ​ງານ​ປະ​ພັນ​ທີ່​ບໍ່​ໄດ້​ມອບ​ລິ​ຂະ​ສິດ,​ແລ້ວ​ແຈ້ງ​ໃຫ້​ເວັບ​ໄຊ​ນັ້ນ​ຊາບ,​ຂໍ​ໃຫ້​ລຶບ,​ຖ້າ​ບໍ່​ດັ່ງ​ນັ້ນ​ຜູ່​ກ່ຽວ​ກໍ່​ຈະ​ຖືກ​ລົງ​ໂທດ​ຕາມ​ກົດ​ໝາຍ.

ທ່ານ​ຢຽນ​ສ້ຽວ​ຫົງ​ກ່າວ​ວ່າ​,ຈີນ​ໄດ້​ລົງ​ໂທດ​ການ​ກະ​ທຳ​ລ່ວງ​ລະ​ເມີດ​ລິ​ຂະ​ສິດ​ທາງ​ອິນ​ເທີ​ເນັດ​ມາ​ໄດ້​3​ປີ​ລຽນ​ຕິດ​ແລ້ວ,​ໃນ​ຕໍ່​ໜ້າ,​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ກັບ​ພາກ​ສ່ວນ​ຕ່າງໆ​ເພື່ອ​ຕໍ່​ຕ້ານ​ການ​ລ່ວງ​ລະ​ເມີດ​ລິ​ຂະ​ສິດ​ທາງ​ອິນ​ເທີ​ເນັດ.​ພ້ອມ​ທັງ​ດຳ​ເນີນ​ການ​ສຶກ​ສາ​ປະ​ຊາ​ກອນ​ເນັດ​ໃຫ້​ມີ​ສະ​ຕິ​ແລະ​ຄວາມ​ຊິນ​ເຄີຍ​ທີ່​ດີ​ໃນ​ດ້ານ​ລິ​ຂະ​ສິດ.