ວັນທີ 16 ມັງກອນນີ້,ຢູ່ນະຄອນຫຼວງພະນົມເປັນ,ນັກສະແດງຂອງຄະນະສິລະປະຄົນພິການຈີນໄດ້ຈັດການສະແດງຢ່າງໃຫຍ່ໂຕມະໂຫລານທີ່ມີຫົວຂໍ້ວ່າ"ຄວາມຝັນຂອງຂ້ອຍ"ໃຫ້ສົມເດັດຊີຮາໂມນີ ເຈົ້າຊີວິດກຳປູເຈຍແລະແຂກທີ່ມີກຽດຫຼາຍຮ້ອຍຄົນ.ການສະແດງເທື່ອນີ້ແມ່ນການເຄື່ອນໄຫວຮອບທີໜຶ່ງຂອງຈີນກັບກຳປູເຈຍເພື່ອສະເຫຼີມສະຫຼອງ"ປີມິດຕະພາບຈີນກຳປູເຈຍ 2008"ແລະຈີນກຳປູເຈຍສ້າງສາຍສຳພັນທາງການທູດຄົບຮອບ 50 ປີ.
![]( /mmsource/images/2008/01/17/canji1.jpg) ນັກສະແດງຂອງຄະນະສິລະປະຄົນພິການຈີນພວມຟ້ອນ"ເຈົ້າແມ່ກວນອິມພັນມື"
![]( /mmsource/images/2008/01/17/canji2.jpg) ສົມເດັດຊີຮາໂມນີ ເຈົ້າຊີວິດກຳປູເຈຍ(ເບື້ອງຊ້າຍ)ຊົງສຳຜັດມືກັບນັກສະແດງ
![]( /mmsource/images/2008/01/17/canji3.jpg) ສົມເດັດຊີຮາໂມນີ ເຈົ້າຊີວິດກຳປູເຈຍຊົງຖ່າຍຮູບນຳກັນກັບນັກສະແດງຈີນສ່ວນໜຶ່ງ
|