ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-18 11:20:41    
ນາ​ຍົກ​ອັງ​ກິດ​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ເລີ່ມ​ຢ້ຽມ​ຢາມ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໂດ​ຍ​ຕອບ​ສະ​ໜອງ​ຕາມ​ການ​ເຊີນ​ຂອງ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ,​ທ່ານ​ກໍ​ດອນ ບຼາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ຕອນ​ ເຊົ້າ​ວັນ​ທີ​18​ມັງ​ກອນ​ນີ້​ເວ​ລາ​ທ້ອງ​ຖິ່ນ,​ເລີ່ມ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວ​ລາ​3​ວັນ.

ນີ້​ແມ່ນ​ທ່ານ​ບຼາວມາ​ຢ້ຽມຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ເມື່ອ​ເດືອນ​ມິ​ຖຸ​ນາ​ປີ​2007​ມາ​ນີ້.

ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ ທ່ານ​ອູ​ປາງ​ໂກວ ປະ​ທານ​ຄະ​ນະ​ປະ​ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ບຼາວ.ທ່ານເວິ່ນ​ເຈ່ຍ​ປາວ​ຍັງ​ຈະ​ພ້ອມ​ກັບ​ທ່ານ​ບຼາວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ​ອັງ​ກິດ,​ພົບ​ປະ​ກັບ​ຜູ່​ແທນ​ນັກ​ທຸລະ​ກິດ,​ແລະ​ຈະ​ສື່​ສານ​ກັບ​ສາ​ທາ​ລະ​ນະ​ຊົນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ.​ທ່ານ​ບຼາວ​ຍັງ​ຈະ​ໄປ​ຢ້ຽມ​ຊົມ​ສະ​ໜາມ​ກິລາ​ໂອ​ລິມ​ປິກ.

ກ່ອນມາ​ຢ້ຽມຢາມ​ຈີນ,ທ່ານ​ບຼາວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ວ່າ,​ການ​ພົວ​ພັນ​ອັງ​ກິດ​ຈີນ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.​ທ່ານ​ຄອງ​ຄອຍ​ປຶກ​ສາ​ຫາ​ລື​ກັບ​ຜູ່​ນຳ​ຈີນ​ວ່າ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ​ແນວ​ໃດ?