ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-18 15:39:23    
ທ່ານ​ເວີ່ນ​ເຈ່ຍ​ປາວ​ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ອັງ​ກິດ

cri Author: m

ຕາມ​ຂ່າວ CRI: ວັນ​ທີ 18 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​​ພົບ​ປະ​ເຈລະຈາ​ກັບທ່ານ​ໂກ​ໂດນ ບຼາວ ນາຍົກ​ລັດຖະ​ມົນຕີ​ອັງກິດ​ທີ່​ມາ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ, ຍິນ​ດີ​ໃຊ້​ມາດ​ຕະການ​ຕັ້ງໜ້າ​ກວ່າ​ເກົ່າ, ຊຸກ​ຍູ້​​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ໄດ້​ຮັບ​ການ​ຂະຫຍາຍ​ຕົວ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ, ຈີນ​ອັງກິດ​ລ້ວນ​ແຕ່​​ແມ່ນ​ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ເປັນ​ໝູ່​ຄູ່ຮ່ວມ​ມື​ສຳຄັນ​, ການລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ແລະ​ປະຊາ​ຊົນ​ສອງຊາດ, ມີ​ຜົນ​ດີ​ຕໍ່​ສັນຕິພາບ, ຄວາມ​ໝັ້ນຄົງ, ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ໂລກ. ພາຍ​ໃຕ້​ສະຖານະ​ການ​ໃໝ່, ຈີນ​ອັງກິດ​ຕ້ອງການ​ຍົກ​ສູງ​ລະດັບ​ຮ່ວມ​ມື​​ຈາກສອງ​ດ້ານ​ພ້ອມ​ກັນ, ກໍ່​ຄື​ການ​ພົວພັນ​ສອງ​ຝ່າຍ​ແລະ​​ສາກົນ.

ທ່ານ​ບຼາວກ່າວ​ວ່າ, ​ອັງກິດ​ຍິນ​ດີພ້ອມ​ກັນ​ກັບ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ, ​ເຊັ່ນ: ການ​ພັດທະນາ​ເສດຖະກິດ​ສອງ​ປະ​ເທດ​ແລະ​ໂລກ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ຕົ້ນ. ທ່ານ​ບຼາວຊົມ​ເຊີຍ​ຜົນສຳ​ເລັດ​ທີ່ຈີນ​ໄດ້​ຮັບ​ໃນ​ດ້ານ​ການ​ສ້າງສາ​ເສດຖະກິດ. ທ່ານ​ກ່າວ​ວ່າ, ອັງກິດ​ອວຍ​ພອນ​ໃຫ້ການ​ສ້າງສາ​ແລະ​ການ​ພັດທະນາ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ຈີນ​​ແລະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ.

ທ່ານ​ບຼາວຍັງ​ກ່າ​ວ​ເນັ້ນວ່າ, ອັງກິດ​ຈະ​ສືບ​ຕໍ່​​​ປະຕິບັດ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວຢ່າງ​ເດັດດ່ຽວບໍ່​ປ່ຽນ​ແປງ.


1 2 3