ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-18 15:39:49    
ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ

cri

ຕາມ​ຂ່າວCRI,ວັນ​ທີ18​ມັງກອນ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຖາງ​ເຈ່ຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ຈີນ​ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ການ​ເຈລະຈາ​ບັນຫາ​ນີ​ວ​ເຄຼຍຂອງ​ອີຣານ.

ທ່ານ​ຖາງ​ເຈ່ຍ​ສວນ​ແມ່ນ​ໃຫ້​ທັດສະ​ນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ໄຊ​ເອັດ ຈາ​ລີ​ລີ ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ອີ​ຣານ ​ເລຂາ​ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສູງ​ສຸດ​ອີຣານ.ທ່ານ​ຖາງ​ເຈ່ຍ​ສວນ​ກ່າວ​ວ່າ,​ໃນ​ສະ​ພາບ​ການ​ໃນ​ປັດຈຸ​ບັນ,ປະຊາ​ຄົມ​ໂລກ​ຄວນ​ທຳ​ຄວາມ​ພະຍາຍາມ​ທາງ​ການ​ທູດ​ຫຼາຍ​ກວ່າ​ເກົ່າ,ຊຸກ​ຍູ້​ໃຫ້​ຟື້ນ​ຟູ​ການ​ເຈ​ລະ​ຈາ​ໂດຍ​ໄວ,​ສະ​ແຫວ​ງຫາ​ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍ​ອີ​ຣານ​ຢ່າງ​ຮອບ​ດ້ານ.​ຈີນ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ເລື່ອງ​ນີ້.​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອີ​ຣານ,​ທ່ານ​ຖາງ​ເຈ່ຍ​ສວນ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັບ​ອີ​ຣານ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ກັບ​ອີ​ຣານ​ໃຫ້​ຂະ​ຫຍາຍ​ຕົວ​ຕໍ່​ໄປ.

ທ່ານ​ຈາລີ​ລີ​ກ່າວ​ວ່າ,​ອີ​ຣານ​ຍຶດ​ໝັ້ນ​ຜ່ານ​ການ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ,​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ,​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ແກ່​ບັນ​ຫາ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ນັ້ນ​ໂດຍ​ໄວ.