ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-21 10:39:59    
ຈີນ​ຈະ​ເລັ່ງ​ລັດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ທັນ​ສະ​ໄຫມ​ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ​ຂອງ​ຊາດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ຢູ່​ປັກ​ກິ່ງ ທ່ານ​ເຈິ່ງ​ເຜີຍ​ອຽນ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ຈະ​ເລັ່ງລັດ​ພັດທະນາ​ອຸດສາຫະກຳ​ພະລັງງານທັນ​ສະ​ໄຫມ​ໃຫມ່,ຮັບປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານຂອງ​ຊາດ.

ທ່ານ​ເຈິ່ງ​ເຜີຍ​ອຽນ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຟັງ​ການ​ລາຍ​ງານ​ຂອງ​ພາກສ່ວນ​ແລະ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ກັບ​ຂົງ​ເຂດ​ນ້ຳມັນ ອາຍ​ແກ​ສທຳ​ມະ​ຊາດ​ແລະ​ພະລັງໄຟຟ້າ.

​ໃນ​ເວລາ​ກ່າວ​ເຖິງການ​ພັດທະນາ​ຂອງ​ຂະ​ແຫນງ​ການ​ນ້ຳມັນ​ແລະ​ອາຍ​ແກ​ສທຳ​ມະ​ຊາດ,ທ່ານ​​ເຈິ່ງ​ເຜີຍ​ອຽນ​ຊີ້​ອອກ​ວ່າ, ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ຕ້ອງ​​ເພີ່ມ​ຜົນ​ຜະລິດຕາມ​ຄວາມ​ຕ້ອງ​ການ,ພະ​ຍາ​ຍາມ​ຮັບ​ປະ​ກັນ​​ມີ​ນ້ຳມັນ​ສຳ​ເລັດ​ຮູບປ້ອນ​ຕະຫລາດ​ຢ່າງ​ຫມັ້ນທ່ຽງ;​ເພີ່ມການ​ສຳ​ຫລວດ​ຊັບພະຍາ​ກອນ​ນ້ຳມັນ​ແລະ​ອາຍ​ແກ​ສທຳ​ມະ​ຊາດ,​ເພີ່ມ​ການ​ປະດິດ​ສ້າງ​ດ້ານເຕັກນິກ​ແລະ​ປະ​ຢັດ​ພະລັງງານ​ແລະ​ຫລຸດ​ການ​ລະບາຍ​ມົນ​ລະ​ພິດ;ຊຸກ​ຍູ້​ກາ​ນຮ່ວມ​ມື​ກັບ​ສາກົນ​ໃນ​ດ້ານ​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ, ສ້າງ​ລະບົບ ຄ້ຳ​ປະກັ​ນກ​ານສ​ະຫ​ນອງ​ພະ​ລັງ​ງານ​ຂອງຊາດ​ທີ່​ຫມັ້ນທ່ຽງ ປອດ​ໄພ​ແລະ​ບັງ​ເກີດ​ຜົນ.

​ໃນ​ເວລາ​ກ່າວ​ເຖິງ​ການ​ພັດທະນາ​ຂອງ​ຂະ​ແຫນງ​ການ​ພະລັງ​ໄຟຟ້າ, ທ່ານ​ເຈິ່ງ​ເຜີຍ​ອຽນ​ຊີ້​ອອກ​ວ່າ, ຂະ​ແຫນງ​ການ​ພະລັງ​ໄຟຟ້າ​ຕ້ອງ​ຍຶດຫມັ້ນ​ໃຫ້​ບູລິ​ມະ​ສິດ​​ແກ່​ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ພະຍາຍາມ​ສ້າງ​ວິ​ສາ​ຫະກິດ​ແບບ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ.