ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-21 16:22:09    
ການຄົ້ນຄວ້າ​ຜະລິດ​ລົດ​ຍົນ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ຂອງ​ຈີນ​​ມີ​ຄວາມ​ຄືບ​ໜ້າ​ຫຼາຍ

cri Author: mo
ຕາມ​ຂ່າວ​CRI:ວັນ​ທີ 21 ມັງກອນ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊ້າຍ​ເວີຍ​ສີ ຮອງ​ປະທານ​ສະຫະພັນ​ອຸດສາຫະກຳ​ກົນ​ຈັກ​ຈີນ​ກ່າວ​ວ່າ, ຈີນ​ມີ​ຄວາມ​ຄືບ​ໜ້າຫຼາຍ​ໃນ​ດ້ານ​ຄົ້ນຄວ້າ​ຜະລິດ​ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່.

ໃນ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ໝູນ​ເດີນ​ຂອງ​ຂະ​ແໜງ​ການ​ອຸດສາຫະກຳ​ກົນຈັກ​ຈີນ 2007 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຊ້າຍ​ເວີຍ​ສີ​ກ່າວ​ວ່າ, ປັດຈຸບັນ, ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່​ສາມ​ປະ​ເພດຄື: ​ແມ່​ແຮງ​ໄຟຟ້າ​, ​ແມ່​ແຮງ​ປະສົມ, ​ແລະ​ໝໍ້​ໄຟທີ່​ໃຊ້​ວັດຖຸ​ເຊື້ອ​ໄຟ ທີ່​ຈີນ​ຄົ້ນຄວ້າ​ຜະລິດ​​ເອງ​ນັ້ນ​ໄດ້ຜະລິດ​ອອກ​ຢ່າງ​ຕໍ່​ເນື່ອງ, ​ໃນ​ນັ້ນ, ລະດັບ​ເຕັກນິກ​ຂອງ​ລົດ​ຍົນ​ທີ່​ໃຊ້​ໝໍ້​ໄຟວັດຖຸ​ເຊື້ອ​ໄຟ​ໄດ້​ຢູ່​​ແຖວ​ໜ້າ​ຂອງ​ໂລກ, ລົດ​ຍົນ​ໃຊ້​ພະລັງ​ໄຟຟ້າ​ນັ້ນ​ໄດ້​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ຫຼາຍ​ງວດ. ລົດ​ຍົນ​ທີ່​ໃຊ້​ອາຍ​ແກັດ​ໄດ້​ນຳ​ໃຊ້​ຢູ່ 70 ກວ່າ​ຕົວ​ເມືອງ​ຂອງ​ຈີນ​, ຂາຍອອກ​ໄປ​ແລ້ວ 3 ​ແສນ​ກວ່າ​ຄັນ, ​ແຕ່ລະ​ປີ​ໄດ້​ເຂົ້າ​ແທນ​ນ້ຳມັນ​ເຊື້ອ​ໄຟ 3 ລ້ານ​ໂຕນ​.