|
 |
(GMT+08:00)
2008-01-21 18:39:58
|
 |
ສັດທີ່ມາຈາກຕ່າງປະເທດໄດ້ສ້າງຄວາມເສຍຫາຍຫຼາຍໃຫ້ແກ່ຈີນ
cri
ຕາມຂ່າວສານຊິນຮວາ,ແມງໄມ້ທີ່ມີຜົນຮ້າຍ10ກວ່າຊະນິດທີ່ເຂົ້າສູ່ຈີນເຊັ່ນແມງຕົ້ນແປກແລະແມງກະບີ້ຂາວອາເມລິກາໃນແກັດໄມ້ ແລະອື່ນໆ,ແຕ່ລະປີໄດ້ສ້າງຄວາມເສຍຫາຍດ້ານເສດຖະກິດໂດຍກົງຫຼາຍກວ່າ57ຕື້400ລ້ານຢວນໃຫ້ແກ່ຈີນ.
ງານສຳມະນາອາຊີກ່ຽວກັບການປະຕິບັດມາດຕະຖານສາກົນການຫຸ້ມຫໍ່ດ້ວຍໄມ້ພ້ອມດ້ວຍການກວດກາຊຳລະທີ່ຈັດຂຶ້ນຢູ່ນະຄອນນານກິ່ງຂອງຈີນໃນວັນທີ21ມັງກອນນີ້ໄດ້ແຈ້ງຂ່າວດັ່ງກ່າວ.ກອງປະຊຸມເທື່ອນີ້ມີຫົວຂໍ້ວ່າ"ເພີ່ມທະວີການຮ່ວມມືໃນການກວດກາແກັດໄມ້,ປ້ອງກັນບໍ່ໃຫ້ແມງໄມ້ທີ່ມີຜົນຮ້າຍເຜີຍແຜ່ຂ້າມຊາດ".ທີ່ປະຊຸມສະເໜີໃຫ້ປະເທດແລະເຂດແຄວ້ນຕ່າງໆໃນອາຊີໃຊ້ມາດຕະການຢ່າງຕັ້ງໜ້າ,ເສີມຂະຫຍາຍບົດບາດໃນຂົງເຂດກວດກາພະຍາດພືດຂອງໂລກ.
ກອງປະຊຸມສຳມະນາເທື່ອນີ້ແມ່ນກົມໃຫຍ່ຕິດຕາມກວດກາຄຸນນະພາບແລະກວດກາພະຍາດແຫ່ງຊາດຈີນເປັນເຈົ້າພາບຈັດຂຶ້ນ,ເຈົ້າໜ້າທີ່ກວດກາພະຍາດແລະຜູ່ແທນ40ກວ່າຄົນຂອງ15ປະເທດແລະເຂດແຄວ້ນໃນອາຊີໄດ້ເຂົ້າຮ່ວມ.
ສິ່ງຫຸ້ມຫໍ່ທີ່ຜະລິດດ້ວຍໄມ້ແມ່ນວັດຖຸຫຸ້ມຫໍ່ທີ່ໃຊ້ທົ່ວໄປໃນການຂົນສົ່ງສິນຄ້າໃນການຄ້າສາກົນ.ແຕ່ມັກນຳເອົາແມງໄມ້ທີ່ມີຜົນຮ້າຍຕິດໄປນຳ,ອັນໄດ້ສ້າງໄພຂົ່ມຂູ່ແລະຄວາມສ່ຽງທີ່ແຝງຊ້ອນໄວ້ໃຫ້ແກ່ປະເທດແລະເຂດແຄວ້ນຕ່າງໆໃນໂລກ.
|
|
|